ທ່ານທູດຈີນປະຈຳລາວແລະທ່ານໄຊຊະນະ ສິດທິພອນໄປສຳຫຼວດເບິ່ງສະຖານີ ລົດໄຟໂພງໂຮງ

2022-04-27 19:56:48 |ມາຈາກ: CRI

ວັນທີ 26 ເມສານີ້,ສະຖານີໂພນໂຮງຂອງທາງລົດໄຟຈີນ-ລາວໄດ້ເປີດ ບໍລິການຂົນສົ່ງສິນຄ້າຢ່າງເປັນທາງການ.ທ່ານຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະ ທູດ ສປ ຈີນປະຈຳ ສປປ ລາວແລະທ່ານໄຊຊະນະ ສິດທິພອນ ຮອງປະທານ ຄະນະກຳມະການຮ່ວມມືລາວ-ຈີນໄດ້ຮ່ວມກັນເດີນທາງໄປສຳຫຼວດເບິ່ງສະຖານີ ດັ່ງກ່າວ.ສະຖານີໂພນໂຮງແມ່ນສະຖານີບໍລິການຂົນສົ່ງໂດຍສານແລະສິນຄ້າທີ່ ສຳຄັນຂອງແຂວງວຽງຈັນຂອງລາວເຊິ່ງມີບົດບາດສຳຄັນໃນການຊຸກຍູ້ການສົ່ງ ອອກສິນຄ້າຢູ່ພາກກາງຂອງລາວ.

ທ່ານຈ່ຽງຈ່າຍຕົ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງເຕັມສ່ວນຕໍ່ຜົນງານ ຂອງວິສາຫະກິດໂດຍທ່ານກ່າວວ່າ:ນັບແຕ່ທາງລົດໄຟຈີນ-ລາວເປີດໃຫ້ບໍລິການ ເປັນຕົ້ນມາ,ທີມງານບໍລິການຂອງສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນຈິດໃຈທິດຊີ້ນຳທີ່ສຳຄັນຂອງທ່ານເລຂາທິການໃຫຍ່ຂອງສອງພັກຈີນ-ລາວທີ່ກ່າວໃນພິທີເປີດບໍລິການແລ່ນລົດໄຟຈີນ-ລາວເຊິ່ງໄດ້ຊຸກຍູ້ວຽກງານບໍລິການໃຫ້ເດີນແມ່ນແລ່ນສະດວກ.ທ່ານໄດ້ກ່າວເນັ້ນໜັກວ່າ:ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19ມັກເກີດຂຶ້ນເລື້ອຍໆແລະສະຖານະການສາກົນໄດ້ຜັນແປໄປຢ່າງສັບ ສົນເຊິ່ງກະທົບເຖິງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງ,ສະນັ້ນ,ທາງລົດໄຟຈີນ-ລາວຈຶ່ງມີບົດບາດທີ່ພົ້ນເດັ່ນກວ່າເກົ່າໃນດ້ານການຮັບປະກັນການຂົນສົ່ງແລະການສະໜອງໃຫ້ໝັ້ນທ່ຽງ,ນີ້ແມ່ນສິ່ງທ້າທາຍທັງແມ່ນກາລະໂອກາດ, ຫວັງວ່າທີມງານຂອງສອງຝ່າຍຈະເສີມຂະຫຍາຍທ່າແຮງແລະຂຸດຄົ້ນຄວາມ ສາມາດບົ່ມຊ້ອນຕື່ມອີກ,ໃຫ້ບໍລິການຢ່າງຕັ້ງໜ້າແລະເປັນເຈົ້າການກວ່າເກົ່າ ທັງຮັບປະກັນການຮ່ວມມືຕົວຈິງລະຫວ່າງຈີນ-ລາວ.

ທ່ານໄຊຊະນະ ສິດທິພອນກ່າວວ່າ,ທາງລົດໄຟລາວ-ຈີນແມ່ນໂຄງການ ທີ່ເປັນສັນຍາລັກມິດຕະພາບລາວ-ຈີນແລະສັນຍາລັກຂອງການສ້າງໜຶ່ງແລວໜຶ່ງເສັ້ນທາງ,ທັງແມ່ນໝາກຜົນສຳຄັນຂອງລາວເພື່ອຊຸກຍູ້ການຫັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ.ການເປີດບໍລິການທາງລົດໄຟລາວ-ຈີນໄດ້ສ້າງເງື່ອນໄຂທີ່ສະດວກກວ່າເກົ່າໃຫ້ແກ່ການຮ່ວມມືຕົວຈິງລະຫວ່າງສອງຊາດ,ຄະນະກຳມະການຮ່ວມມືລາວ-ຈີນຈະສືບຕໍ່ປະສານ ງານກັບພາກສ່ວນອື່ນໆທີ່ກ່ຽວຂ້ອງເພື່ອສະໜັບສະໜູນວຽກງານບໍລິການຂອງສະຖານີ,ເລັ່ງກໍ່ສ້າງໂຄງລ່າງພື້ນຖານຂອງທາງລົດໄຟຕະຫຼອດສາຍໃຫ້ຄົບຊຸດ,ຍົກ ລະດັບຄວາມສະດວກດ້ານການ ຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ນັບມາຮອດວັນທີ 26 ເມສານີ້,ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ ຂົນສົ່ງຜູ້ໂດຍສານລວມທັງໝົດໄດ້ເກືອບ 300.000 ເທື່ອຄົນ,ຂົນສົ່ງສິນຄ້າ ໄດ້ຫຼາຍກວ່າ 440.000 ໂຕນ,ໃນນັ້ນສິນຄ້າຂ້າມຊາຍແດນມີປະມານ 300.000 ໂຕນ.