ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າຕ້ອງເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງຢ່າງຮອບດ້ານແລະທັນສະໄໝ

2022-04-27 19:58:00 |ມາຈາກ: CRI

ວັນທີ 26 ເມສາ 2022 ນີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະ ກຳມະການເສດຖະກິດການເງິນຂັ້ນສູນກາງຈີນໄດ້ເປັນປະທານຈັດກອງປະຊຸມ ຂອງຄະນະກຳມະການເສດຖະກິດການເງິນຂັ້ນສູນກາງຄັ້ງທີ11ເພື່ອຄົ້ນຄວ້າ ກ່ຽວກັບການເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງຢ່າງຮອບດ້ານ,ຄົ້ນຄວ້າສະພາບ ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງກອງປະຊຸມຄະນະກຳມະການເສດຖະກິດການເງິນຂັ້ນສູນກາງນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19 ເປັນຕົ້ນມາ.ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ:ພື້ນຖານໂຄງລ່າງແມ່ນເສົາຄ້ຳສຳຄັນຂອງການພັດທະນາເສດຖະກິດສັງຄົມ,ຕ້ອງປະສານສົມທົບລະຫວ່າງການພັດທະນາແລະຄວາມໝັ້ນຄົງໃຫ້ເປັນເອກະພາບກັນ,ປັບປຸງແຜນຜັງ ໂຄງປະກອບ ການນຳໃຊ້ແລະຮູບແບບການພັດທະນາພື້ນຖານໂຄງລ່າງໃຫ້ດີ,ສ້າງລະບົບພື້ນ ຖານໂຄງລ່າງທີ່ທັນສະໄໝ,ເພື່ອສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ:ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ປະເທດຈີນໄດ້ຮັບໝາກຜົນທີ່ນຳໜ້າໂລກຈຳນວນໜຶ່ງ ໃນ ດ້ານໂຄງລ່າງວິທະຍາສາດເຕັກໂນໂລຊີທີ່ສຳຄັນ ໂຄງການຊົນລະປະທານ ສູນກາງການຄົມມະນາຄົມ ພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ ຄັງສຳຮອງ ດ້ານຍຸດທະສາດແຫ່ງຊາດແລະອື່ນໆ,ພື້ນຖານໂຄງລ່າງໄດ້ບັນລຸການຍົກລະດັບແບບກ້າວກະໂດດໂດຍລວມ.ໃນຂະນະດຽວກັນກໍ່ຕ້ອງຮັບຮູ້ວ່າ:ພື້ນຖານ ໂຄງລ່າງຂອງປະເທດຈີນຍັງບໍ່ສອດຄ່ອງກັບຄວາມຕ້ອງການດ້ານການພັດດທະນາແລະການຮັບປະກັນຄວາມໝັ້ນຄົງຂອງຊາດ,ການເພີ່ມທະວີການກໍ່ສ້າງພື້ນ ຖານໂຄງລ່າງຢ່າງຮອບດ້ານມີຄວາມໝາຍສຳຄັນຕໍ່ການຮັບປະກັນຄວາມໝັ້ນຄົງຂອງຊາດ,ເຮັດໃຫ້ການເຄື່ອນໄຫວເສດຖະກິດພາຍໃນປະເທດໂລ່ງລ່ຽນ,ຊຸກຍູ້ ການເຄື່ອນໄຫວເສດຖະກິດທັງພາຍໃນປະເທດແລະຕ່າງປະເທດ,ເປີດກວ້າງ ຄວາມຕ້ອງການພາຍ,ຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ.