ຂະບວນລົດໄຟຂົນສົ່ງໝາກໄມ້ສົດຜ່ານເສັ້ນທາງລົດໄຟຈີນ-ລາວແລະສົ່ງຕໍ່ດ້ວຍລົດຂົນສົ່ງຂະບວນທຳອິດໄດ້ອອກເດີນທາງແລ້ວ

2022-04-29 17:18:28 |ມາຈາກ:

ວັນທີ 28 ເມສານີ້, ຂະບວນລົດໄຟຂົນສົ່ງໝາກໄມ້ດ້ວຍຕູ້ຄອນເທນເນີຍາວແຊ່ເຢັນໃຊ້ເສັ້ນທາງລົດໄຟຈີນ-ລາວຂະບວນທຳອິດໄດ້ອອກເດີນທາງຈາກດ່ານບໍ່ຫານປະເທດຈີນໄປນະຄອນຄຸນມິງແຂວງຢູນນານແລ້ວ ແລະ ຈະຂົນສົ່ງຕໍ່ໄປໃຫ້ກັບແຫ່ງຕ່າງໆເຊັ່ນ:ນະຄອນກວາງໂຈ່ວ, ກຳແພງນະຄອນຈຸ່ງກິ່ງ, ກຳແພງນະຄອນຊຽງໄຮ້ແລະແຫ່ງອື່ນໆດ້ວຍລົດຂົນສົ່ງ, ນີ້ແມ່ນການຂົນສົ່ງໝາກໄມ້ສົດດ້ວຍຕູ້ຄອນເທນເນີຍາວແຊ່ເຢັນແບບ “ຕູ້ດຽວຕະຫຼອດທາງ” ເປັນເທື່ອທຳອິດນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການເປັນຕົ້ນມາ, ເຊິ່ງໄດ້ເຮັດໃຫ້ການຈໍລະຈອນສິນຄ້າດ້ວຍການແຊ່ເຢັນຂ້າມຊາດມີຄວາມຫຼາກຫຼາຍຮູບແບບ ແລະຈະສ້າງຜົນປະໂຫຍດໃຫ້ແກ່ຕະຫຼາດຈີນ ແລະ ປະເທດໃນອາຊຽນໄດ້ຫຼາຍຂຶ້ນກວ່າເກົ່າ.

ປັດຈຸບັນ, ສະຖານທີ່ທີ່ກຳນົດເພື່ອຕິດຕາມຄຸ້ມຄອງການນຳເຂົ້າສະບຽງອາຫານ, ໝາກໄມ້ ແລະ ສິນຄ້າອື່ນໆຜ່ານດ່ານບໍ່ຫານຕາມເສັ້ນທາງລົດໄຟຈີນ-ລາວພວມຂ້ຽວຍື່ນໃບຮ້ອງຂໍການກໍ່ສ້າງຢູ່, ເມື່ອໃດທີ່ສ້າງສຳເລັດແລະເປີດນຳໃຊ້ແລ້ວ, ຜະລິດຕະພັນກະສິກຳສຳຮອງທີ່ຈີນນຳເຂົ້າຈາກຕ່າງປະເທດກໍຈະສາມາດຂົນສົ່ງຜ່ານເສັ້ນທາງລົດໄຟຈີນ-ລາວຕະຫຼອດສາຍ ແລະ ຈະເຮັດໃຫ້ປະສິດທິພາບການຂົນສົ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ, ເມື່ອຮອດເວລານັ້ນ, ສະບຽງອາຫານແລະໝາກໄມ້ຂອງປະເທດຕ່າງໆໃນອາຊຽນເຊັ່ນ: ລາວ, ໄທ, ມຽນມາ ແລະປະເທດອື່ນໆຈະສາມາດເລືອກໃຊ້ເສັ້ນທາງລົດໄຟຈີນ-ລາວເພື່ອຂົນສົ່ງສິນຄ້າໄປສູ່ຕະຫຼາດພາຍໃນປະເທດຈີນໄດ້ສະດວກ ເຊິ່ງຈະເຮັດໃຫ້ສະພາບການເຄື່ອນໄຫວດ້ານເສດຖະກິດທັງພາຍໃນປະເທດຈີນ ແລະ ຕ່າງປະເທດມີຄວາມໂລ່ງລ່ຽນເປັນຢ່າງດີ.