GDP ຂອງ 31 ແຂວງ,ເຂດປົກຄອງຕົນເອງແລະກຳແພງນະຄອນຂອງຈີນໃນໄຕມາດທຳອິດປີນີ້ລ້ວນແຕ່ໄດ້ເພີ່ມຂຶ້ນ

2022-05-05 16:13:06 |ມາຈາກ: CRI

ຫວ່າງມໍ່ໆມານີ້, 31 ແຂວງ,ເຂດປົກຄອງຕົນເອງແລະກຳແພງນະຄອນທີ່ຂຶ້ນກັບສູນກາງໂດຍກົງຂອງທົ່ວປະເທດຈີນໄດ້ເປີດເຜີຍຕົວເລກດັດຊະນີຕົ້ນຕໍດ້ານການເຕີບໂຕຂອງເສດຖະກິດໃນໄຕມາດທຳອິດຂອງປີນີ້. ເມື່ອເບິ່ງຈາກຍອດປະລິມານເສດຖະກິດຢູ່ແຫ່ງຕ່າງໆຂອງຈີນແລ້ວ, ໃນໄຕມາດທຳອິດຂອງປີນີ້, ຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ຂອງ 31 ແຂວງ,ເຂດປົກຄອງຕົນເອງແລະກຳແພງນະຄອນລ້ວນແຕ່ໄດ້ເພີ່ມຂຶ້ນໃນລະດັບທີ່ຕ່າງກັນ, ມີ 11 ແຂວງແລະນະຄອນໄດ້ມີມູນຄ່າຫຼາຍກວ່າ 1 ພັນຕື້ຢວນ. ໃນນັ້ນ, ແຂວງກວາງຕຸ້ງແລະແຂວງຈ່ຽງຊູ່ໄດ້ມີມູນຄ່າຫຼາຍກວ່າ 2.700 ຕື້ຢວນ,ແຂວງຊ່ານຕຸ່ງມີມູນຄ່າເກືອບເຖິງ 2 ພັນຕື້ຢວນ, ແຂວງເຈີ້ຈ່ຽງ,ນະຄອນຊຽງໄຮ້ແລະອື່ນໆໄດ້ມີມູນຄ່າຫຼາຍກວ່າ 1 ພັນຕື້ຢວນ. ເມື່ອທຽບໃສ່ປີກາຍແລ້ວ, ແຂວງແລະນະຄອນທີ່ມີ GDP ຫຼາຍກວ່າພັນຕື້ຢວນໃນໄຕມາດທຳອິດໄດ້ເພີ່ມໃໝ່ 3 ແຫ່ງ. ຍອດປະລິມານເສດຖະກິດຂອງ 11 ແຂວງແລະນະຄອນດັ່ງກ່າວລວມທັງໝົດໄດ້ມີເກືອບເຖິງ 1,8 ໝື່ນຕື້ຢວນ,ກວມຍອດປະລິມານເສດຖະກິດຂອງທົ່ວປະເທດປະມານ 65%.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການສະຖິຕິແຫ່ງຊາດຈີນກ່າວວ່າ: ເສດຖະກິດຈີນພັດທະນາໄປໃນທິດທາງທີ່ດີໃນໄລຍະຍາວຈະບໍ່ມີການປ່ຽນແປງ,ເສດຖະກິດຮັກສາທ່ວງທາຟື້ນຟູຄວາມຈະເລີນຢ່າງຕໍ່ເນື່ອງຈະບໍ່ມີການປ່ຽນແປງ,ຈີນມີຄວາມສາມາດແລະເງື່ອນໄຂໃນການຜ່ານຜ່າຄວາມຫຍຸ້ງຍາກແລະເອົາຊະນະສິ່ງທ້າທາຍໄດ້ຢ່າງເດັດຖານ ພ້ອມທັງບັນລຸການພັດທະນາເສດຖະກິດຢ່າງປອດໃສແລະຕໍ່ເນື່ອງ.