ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຈັດກອງປະຊຸມ ເພື່ອຄົ້ນຄວ້າແລະຈັດວາງວຽກງານຈຸດສຸມກ່ຽວກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19

2022-05-06 17:48:07 |ມາຈາກ: CRI

ວັນທີ 5 ພຶດສະພານີ້, ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອວິເຄາະສະພາບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໃນປັດຈຸບັນ, ຄົ້ນຄວ້າແລະຈັດວາງວຽກງານຈຸດສຸມກ່ຽວກັບການເລັ່ງລັດປະຕິບັດມາດຕະການປ້ອງກັນແລະຄວບຄຸມສະພາບການແຜ່ລະບາດຂອງພະຍາດຢ່າງໜັກແໜ້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະກ່າວຄຳປາໄສທີ່ສຳຄັນ.

ກອງປະຊຸມໄດ້ຊີ້ອອກວ່າ: ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ພວກເຮົາໄດ້ຍຶດໝັ້ນການຖືປະຊາຊົນສຳຄັນກວ່າໝູ່, ຖືຊີວິດສຳຄັນກວ່າໝູ່, ຍຶດໝັ້ນປ້ອງກັນບໍ່ໃຫ້ມີເຊື້ອພະຍາດໂຄວິດ-19 ແຜ່ລະບາດເຂົ້າສູ່ປະເທດ ແລະປ້ອງກັນບໍ່ໃຫ້ພະຍາດກັບມາລະບາດຄືນອີກຮອບໃໝ່ຢູ່ພາຍໃນປະເທດ, ຍຶດໝັ້ນນະໂຍບາຍຈຳກັດພະຍາດໂຄວິດ-19ໃຫ້ເປັນສູນຢູ່ທຸກເວລາ, ປັບປຸງມາດຕະການປ້ອງກັນພະຍາດຕາມສະພາບການປ່ຽນແປງຢ່າງບໍ່ຢຸດຢັ້ງ ເຊິ່ງການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໄດ້ຮັບໝາກຜົນດ້ານຍຸດທະສາດສຳຄັນທີ່ໃຫຍ່ຫຼວງ.

ກອງປະຊຸມຍັງເນັ້ນໜັກວ່າ: ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຍັງໜັກໜ່ວງຄືເກົ່າ, ເຊື້ອພະຍາດພວມກາຍພັນຢູ່ເລື້ອຍໆ, ສະພາບການແຜ່ລະບາດຂອງພະຍາດຈະໄປສູ່ທິດທາງໃດຍັງບໍ່ຮູ້ແນ່ນອນ, ດັ່ງນັ້ນ, ການປ້ອງກັນແລະຄວບຄຸມພະຍາດຍັງບໍ່ຮອດເວລາທີ່ຜ່ອນຄາຍລົງໄດ້. ຈີນແມ່ນປະເທດໃຫຍ່ທີ່ມີປະຊາກອນຫຼາຍ, ປະຊາກອນຜູ້ອາຍຸສູງມີຈຳນວນຫຼວງຫຼາຍ, ການພັດທະນາຂອງເຂດແຄວ້ນຕ່າງໆມີຄວາມບໍ່ດຸນດ່ຽງກັນ, ຊັບພະຍາກອນດ້ານການແພດມີບໍ່ພຽງພໍ, ການຜ່ອນຄາຍມາດຕະການປ້ອງກັນແລະຄວບຄຸມພະຍາດຍ່ອມຈະເກີດມີສະພາບການຕິດເຊື້ອຢ່າງຂະໜາດໃຫຍ່, ພາໃຫ້ມີຜູ້ຕິດເຊື້ອພະຍາດທີ່ມີອາການສາຫັດແລະຜູ້ເສຍຊີວິດຢ່າງຫຼວງຫຼາຍ, ການພັດທະນາເສດຖະກິດ-ສັງຄົມ, ຄວາມປອດໄພດ້ານຊີວິດ ແລະສຸຂະພາບຂອງປະຊາຊົນກໍຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ຈີນຕ້ອງຮັກສາສະຕິຕື່ນຕົວຢ່າງແຈ່ມແຈ້ງຢູ່ສະເໝີ, ຍຶດໝັ້ນທິດທາງລວມທີ່ຈຳກັດພະຍາດໂຄວິດ-19ໃຫ້ເປັນສູນຢູ່ທຸກເວລາຢ່າງເດັດດ່ຽວໜຽວແໜ້ນ. ຕ້ອງອາໄສປະຊາຊົນຢ່າງແໜ້ນແຟ້ນ, ເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານ, ຕອບສະໜອງຄວາມເປັນຫ່ວງຂອງສັງຄົມຢ່າງເປັນເຈົ້າການ, ຊີ້ນຳໃຫ້ປະຊາຊົນທັງຫຼາຍເພີ່ມສະຕິຄວາມຮັບຜິດຊອບ, ສະຕິປ້ອງກັນຕົວເອງ, ແບກຫາບໜ້າທີ່ແລະພັນທະໃນການປ້ອງກັນແລະຄວບຄຸມພະຍາດຢ່າງມີສະຕິຕື່ນຕົວ, ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໃນຊີວິດປະຈຳວັນ, ຊຸກຍູ້ວຽກງານການສັກວັກຊີນປ້ອງກັນໂຄວິດ-19 ເພື່ອສ້າງແນວປ້ອງກັນອັນໝັ້ນແກ່ນໂດຍມີປະຊາຊົນຮ່ວມກັນປ້ອງກັນແລະຄວບຄຸມພະຍາດ.