ດັດຊະນີຄຸນນະພາບຂອງຊີວະພາບພືດພັນຈີນສ້າງສະຖິຕິສູງສຸດນັບແຕ່ປີ 2000 ເປັນຕົ້ນມາ

2022-05-09 17:33:40 |ມາຈາກ: CRI

ກ່ອນໜ້ານີ້ບໍ່ດົນ, ອົງການອຸຕຸນິຍົມຈີນໄດ້ເປີດເຜີຍ ຖະແຫຼງການວ່າດ້ວຍຊີວະພາບ ແລະອຸຕິນິຍົມທົ່ວປະເທດຈີນປີ 2021 ໂດຍສະແດງໃຫ້ເຫັນວ່າ: ໃນປີ 2021, ດັດຊະນີຄຸນນະພາບຂອງຊີວະພາບພືດພັນຈີນ ໄດ້ບັນລຸເຖິງລະດັບສູງສຸດ ນັບແຕ່ປີ 2000 ເປັນຕົ້ນມາ, ປະລິມານຜະລິດຫຍ້າຂອງທົ່ງຫຍ້າຈີນ ກໍໄດ້ສ້າງສະຖິຕິສູງສຸດນັບແຕ່ປີ 2000 ເປັນຕົ້ນມາເຊັ່ນກັນ. ຊີວະພາບຂອງພື້ນດິນສ່ວນຫຼາຍຢູ່ເຂດພາກເໜືອຂອງຈີນສືບຕໍ່ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຄຸນນະພາບຂອງຊີວະພາບພືດພັນຢູ່ເຂດພາກຕາເວັນຕົກສຽງໃຕ້ຂອງຈີນໄດ້ບັນລຸເຖິງລະດັບສູງສຸດນັບແຕ່ປີ 2000 ເປັນຕົ້ນມາ.

ອີງຕາມຜົນການຕິດຕາມວັດແທກສະແດງໃຫ້ເຫັນວ່າ: ໃນປີ 2021, ຕົວເລກດັດຊະນີຄຸນນະພາບຂອງຊີວະພາບພືດພັນຈີນແມ່ນ 68,8 ເຊິ່ງໄດ້ເພີ່ມຂຶ້ນ 7,7% ເມື່ອທຽບກັບຕົວເລກສະເລ່ຍປີ 2000 ຫາປີ 2020 ແລະໄດ້ເພີ່ມຂຶ້ນ 0,4% ເມື່ອທຽບກັບຕົວເລກຂອງປີ 2020.