ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີ ແລະກ່າວຄຳປາໄສສຳຄັນ

2022-05-09 17:36:57 |ມາຈາກ: CRI

ກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີ ຈະຈັດຂຶ້ນທີ່ຫໍສະພາປະຊາຊົນແຫ່ງຊາດ ນະຄອນຫຼວງປັກກິ່ງປະເທດຈີນ ໃນຕອນເຊົ້າວັນທີ 10 ພຶດສະພານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິຈີນ, ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະກ່າວຄຳປາໄສທີ່ສຳຄັນ.

ສະຖານີວິທະຍຸໂທລະພາບສູນກາງຈີນ, ເວັບໄຊຊິນຮວາ, ເວັບໄຊປະຊາຊົນ, ເວັບໄຊ CCTV, ເວັບໄຊ china.com.cn ແລະເວັບໄຊຂ່າວສານຄຳຄັນອື່ນໆ, ແອັບໜັງສືພິມປະຊາຊົນ, ແອັບສຳນັກຂ່າວສານຊິນຮວາ, ແອັບ CCTV NEWS ແລະສື່ອອນລາຍອື່ນໆ ຈະຖ່າຍທອດສົດກອງປະຊຸມດັ່ງກ່າວ.