ຈີນໄດ້ສົ່ງຍານອະວະກາດບັນທຸກເຄື່ອງທ່ຽນໂຈ່ວ 4 ເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ

2022-05-10 19:24:21 |ມາຈາກ: CRI

ຕອນເຊົ້າມືດວັນທີ 10 ພຶດສະພານີ້, ຈີນໄດ້ຍິງສົ່ງຍານອະວະກາດບັນທຸກເຄື່ອງທ່ຽນໂຈ່ວ 4 ຢູ່ສະໜາມຍິງສົ່ງຍານອະວະກາດເວີນຊາງຂອງຖານສົ່ງດາວທຽມຊີຊາງຢ່າງສຳເລັດຜົນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນໄດ້ສຳເລັດໜ້າທີ່ກໍ່ສ້າງສະຖານີອະວະກາດຈີນຄັ້ງທຳອິດໃນປີ 2022 ແລະ ໄດ້ຢ່ວງບາດກ້າວສຳຄັນອີກກ້າວໜຶ່ງໃນການສ້າງສະຖານີອະວະກາດຈີນ.

ນອກຈາກຍານອະວະກາດບັນທຸກເຄື່ອງທ່ຽນໂຈ່ວ 4 ແລ້ວ, ຕໍ່ໄປ, ໜ້າທີ່ກໍ່ສ້າງສະຖານີອະວະກາດຈີນຢູ່ຕາມວົງໂຄຈອນ ມີຕາຕະລາງເວລາແລ້ວ. ເດືອນມິຖຸນາປີນີ້, ຈີນຈະສົ່ງຍານອະວະກາດບັນທຸກຄົນເສິນໂຈ່ວ 14, ນັກບິນອະວະກາດຈີນ 3 ຄົນຈະເຂົ້າປະຈຳສະຖານີອະວະກາດຈີນ ແລະ ເຮັດວຽກເປັນເວລາ 6 ເດືອນ.

ພາຍໃນປີນີ້, ຈີນຈະສຳເລັດການກໍ່ສ້າງ ສະຖານີອະວະກາດຈີນຢູ່ຕາມວົງໂຄຈອນ.