ທ່ານສີຈິ້ນຜິງ ໂອ້ລົມກັບປະທານາທິບໍດີຝຣັ່ງຜ່ານທາງໂທລະສັບ

2022-05-11 17:16:00 |ມາຈາກ: CRI

ຕອນບ່າຍວັນທີ 10 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ໂອ້ລົມກັບທ່ານແອມມານູເອນ ມາຄຣົງ ປະທານາທິບໍດີຝຣັ່ງ ຜ່ານທາງໂທລະສັບ.

ທ່ານສີຈິ້ນຜິງກ່າວວ່າ: ຈີນຊົມເຊີຍຝຣັ່ງຍຶດໝັ້ນຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ຫວັງວ່າຝຣັ່ງຈະຊຸກຍູ້ສະຫະພາບເອີຣົບ ໃຫ້ຍຶດໝັ້ນຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບຈີນ, ຮ່ວມກັບຈີນເດີນຕາມທິດທາງດຽວກັນ, ລົງເລິກການແລກປ່ຽນ ແລະການຮ່ວມມືເຊິ່ງກັນແລະກັນ ບົນພື້ນຖານຜົນປະໂຫຍດຮ່ວມກັນ. ຫວັງວ່າຝຣັ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ສາຍພົວພັນຈີນ-ເອີຣົບໃຫ້ພັດທະນາຢ່າງປອດໃສ ໃນຖານະເປັນປະເທດປະທານໝູນວຽນສະຫະພາບເອີຣົບ.

ທ່ານມາຄຣົງກ່າວວ່າ: ນັບແຕ່ຝຣັ່ງ ກັບຈີນສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ, ສອງຝ່າຍໄດ້ພັດທະນາສາຍພົວພັນຂອງສອງປະເທດຢ່າງຕັ້ງໜ້າ ໂດຍຍຶດໝັ້ນບົນຈິດໃຈທີ່ເປີດກວ້າງ. ໃນອີກ 5 ປີຕໍ່ໜ້າ, ຝຣັ່ງຍິນດີລົງເລິກ ແລະເພີ່ມທະວີການຮ່ວມມືກັບຈີນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຊີວະນານາພັນ ແລະຂົງເຂດອື່ນໆ, ຊຸກຍູ້ສາຍພົວພັນຝຣັ່ງ-ຈີນໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ. ຝຣັ່ງຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການພັດທະນາສາຍພົວພັນເອີຣົບ-ຈີນ.

ຜູ້ນຳສອງປະເທດຍັງໄດ້ແລກປ່ຽນຄວາມເຫັນກັນກ່ຽວກັບສະຖານະການອູແກຣນ ໂດຍມີຄວາມເຫັນເປັນເອກະພາບກັນວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນສະໜັບສະໜູນຣັດເຊຍ ກັບອູແກຣນຟື້ນຟູສັນຕິພາບ ໂດຍຜ່ານການເຈລະຈາກັນ.