ແຕ່ເດືອນມັງກອນຫາເດືອນເມສາ, ມູນຄ່າການສົ່ງອອກເຫັດສຳລັບບໍລິໂພກແລະຜະລິດຕະພັນເຫັດຂອງຢຸນນານໄດ້ບັນລຸ 120 ລ້ານຢວນ

2022-05-13 18:27:07 |ມາຈາກ:

ຫວ່າງມໍ່ໆມານີ້, ເຫັດພໍຊິນີ (porcino) ຈຳນວນ 60 ກິໂລກຣາມ ທີ່ມີມູນຄ່າ 960 ໂດລາສະຫະລັດ ຈາກກິ່ງແຂວງສິບສອງພັນນາໄດ້ສົ່ງອອກໄປປະເທດຍີ່ປຸ່ນຢ່າງສຳເລັດຜົນພາຍຫຼັງທີ່ດ່ານພາສີໄດ້ສຳເລັດການກວດກາ. ​ບໍ່ພຽງແຕ່ເທົ່ານັ້ນ, ຢູ່ດ່ານສະໜາມບິນຄຸນໝິງ, ເຫັດພໍຊິນີແຕ່ລະກ່ອງທີ່ໄດ້ກວດກາໂດຍດ່ານພາສີພວມກະກຽມຈັດສົ່ງໄປຍັງເຢຍລະມັນ, ຝະລັ່ງ, ສະວິດ, ໂຮນລັງ, ຍີ່ປຸ່ນ​ແລະ ປະເທດອື່ນໆ. ຕາມສະຖິຕິຂອງດ່ານພາສີ, ແຕ່ເດືອນມັງກອນຫາເດືອນເມສາປີນີ້,​ແຂວງຢຸນນານໄດ້ສົ່ງອອກເຫັດສຳລັບບໍລິໂພກເຊັ່ນ:ເຫັດພໍຊິນີ,ເຫັດຢາງດູ,ມັດຊູຕາເກແລະເຫັດອື່ນໆ, ພ້ອມທັງ​ຜະລິດຕະພັນເຫັດຈຳນວນ 2391,8 ໂຕນ,ດ້ວຍມູນຄ່າການສົ່ງອອກ 120 ລ້ານຢວນ.

ມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ຫຼົວຈີຢີ