ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານເຟີດີນັນ ໂຣມົວເດສ ມາຄົສໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຟີລິບປິນ

2022-05-13 18:37:53 |ມາຈາກ: CRI

ວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ສົ່ງສານຊົມເຊີຍເຖິງທ່ານເຟີດີນັນ ໂຣມົວເດສ ມາຄົສ ເພື່ອສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດຟີລິບປິນ.

ເນື້ອໃນສານຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໃນຫຼາຍປີມໍ່ໆມານີ້, ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການພົວພັນຈີນ-ຟີລິບປິນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ນຳເອົາຄວາມສຸກມາໃຫ້ແກ່ປະຊາຊົນສອງຊາດ ແລະ ເປັນການປະກອບສ່ວນຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ໃນປັດຈຸບັນນີ້, ສອງປະເທດຈີນແລະຟີລິບປິນລ້ວນແຕ່ຢູ່ໃນໄລຍະພັດທະນາທີ່ສຳຄັນ, ການພົວພັນລະຫວ່າງສອງຝ່າຍປະເຊີນກັບໂອກາດສຳຄັນ ແລະ ອະນາຄົດທີ່ກວ້າງຂວາງ. ຂ້າພະເຈົ້າເອົາໃຈໃສ່ເປັນຢ່າງສູງຕໍ່ການຂະຫຍາຍການພົວພັນຈີນ-ຟີລິບປິນ ແລະ ຍິນດີຮ່ວມກັບທ່ານເຟີດີນັນ ໂຣມົວເດສ ມາຄົສ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ສ້າງການພົວພັນເຮັດວຽກທີ່ດີງາມ, ຍຶດໝັ້ນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຍຶດໝັ້ນຈັບມືກັນພັດທະນາ, ລົງເລິກຊຸກຍູ້ການພົວພັນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດ.

ມື້ດຽວກັນ, ທ່ານວາງຊີຊານ ຮອງປະທານປະເທດແຫ່ງ ສປ ຈີນກໍໄດ້ສົ່ງສານຊົມເຊີຍເຖິງທ່ານນາງຊາຣາ ດູເຕີເຕ ກາປີໂອ ທີ່ໄດ້ຮັບເລືອກຕັ້ງເປັນຮອງປະທານາທິບໍດີຟີລິບປິນ.