ວຽກງານສື່ມວນຊົນຈີນມີທ່າອ່ຽງຫັນເປັນພະຫຸສື່ແລະເວທີທາງອິນເຕີເນັດນັບມື້ນັບພົ້ນເດັ່ນຂຶ້ນ

2022-05-16 18:26:53 |ມາຈາກ: CRI

ວັນທີ 16 ພຶດສະພານີ້, ສະມາຄົມນັກຂ່າວແຫ່ງຊາດຈີນໄດ້ເຜີຍແຜ່ບົດ ລາຍງານວ່າດ້ວຍການພັດທະນາວຽກງານສື່ມວນຊົນຈີນຜ່ານເວັບໄຊທາງການຂອງສະມາຄົມຕົນ ເຊິ່ງບົດລາຍງານໄດ້ລະບຸວ່າ: ແຕ່ປີ2020ຫາປີ2021, ວຽກ ງານສື່ມວນຊົນຈີນໄດ້ຂະຫຍາຍຕົວຢ່າງຮອບດ້ານເຊິ່ງໄດ້ປາກົດມີທ່າອ່ຽງຫັນເປັນພະຫຸສື່ແລະເປັນແພຣດຟອມຫຼືເວທີທາງອິນເຕີເນັດນັບມື້ນັບພົ້ນເດັ່ນຂຶ້ນ ,ຈັງຫວະການເຕີບໂຕຢ່າງຂະ ຫນາດໃຫຍ່ຂອງສື່ດັ້ງເດີມຕ່າງໆເຊັ່ນ ຫນັງສືພິມ, ວິທະຍຸໂທລະພາບ ແລະ ອື່ນໆໄດ້ຫຼຸດລົງແລະໄດ້ສືບຕໍ່ສຸມໃສ່ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງແລະຫັນເປັນດິຈິຕອນ.

ບົດລາຍງານຍັງໄດ້ລະບຸວ່າ: ໃນໄລຍະສອງປີຜ່ານມານີ້, ເຕັກນິກຂອງເວທີທາງອິນເຕີເນັດດ້ານສື່ມວນຊົນ, ເຕັກນິກສົ່ງຕໍ່ຂໍ້ມູນຂ່າວສານແບບດິຈິຕອນ, ເຕັກນິກໃຫມ່ຂັ້ນສູງດ້ານ ວິດີໂອ່, ປັນຍາປະດິດ, 5G ແລະເຕັກນິກໃຫມ່ອື່ນໆໄດ້ກາຍເປັນກຳລັງຂັບເຄື່ອນການປ່ຽນແປງຂອງສື່ມວນຊົນແລະການພັດທະນາສື່ມວນຊົນດ້ວຍການປະດິດສ້າງ. ພາຍໃຕ້ສະພາບການແບບນີ້, ຄຸນນະພາບແລະຄວາມສາມາດຂອງພະນັກງານໃນຂະແຫນງການສື່ມວນຊົນຈີນນັບເປັນລ້ານຄົນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ,ພະນັກງານທີ່ມີອາຍຸຫນຸ່ມແລະມີວຸດທິການສຶກສາສູງໄດ້ກວມອັດຕາສ່ວນນັບມື້ນັບຫຼາຍຂຶ້ນ. ສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດຫມາຍ ຂອງພະນັກງານໃນຂະແຫນງການສື່ມວນຊົນໄດ້ຮັບການປົກປ້ອງຢ່າງມີປະສິດທິຜົນ, ຈັນຍາບັນສື່ມວນຊົນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການເຜີຍແຜ່ບົດລາຍງານວ່າ ດ້ວຍຄວາມຮັບຜິດຊອບທີ່ມີຕໍ່ສັງຄົມຂອງສື່ມວນຊົນໄດ້ປົກຄຸມຂອບເຂດທີ່ກວ້າງ ອອກຢ່າງບໍ່ຢຸດຢັ້ງ, ລະບົບຕົວຊີ້ວັດການປະເມີນຜົນງານຂອງສື່ມວນຊົນໄດ້ຮັບການ ປັບປຸງໃຫ້ສົມບູນຂຶ້ນຕື່ມອີກ.