ສັນຍາການຄ້າເສລີທີ່ຈີນໄດ້ລົງນາມໃນ10ປີຜ່ານມາໄດ້ເພີ່ມຂຶ້ນເກືອບ 1 ເທົ່າ

2022-05-16 18:27:50 |ມາຈາກ: CRI

ຕາມຂໍ້ມູນສະຖິຕິຂອງກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ເມື່ອທຽບໃສ່ 10 ປີກ່ອນໜ້ານີ້, ຈຳນວນສັນຍາການຄ້າເສລີທີ່ຈີນໄດ້ລົງນາມນັ້ນ ໄດ້ເພີ່ມຂຶ້ນ ເກືອບ1ເທົ່າ, ໃນດ້ານຄຸນນະພາບກໍໄດ້ປາກົດມີຈຸດພິເສດໃໝ່ຫຼາຍຢ່າງ.

ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ເຊັນສັນຍາການຄ້າເສລີອັນໃໝ່ 9 ສະບັບ, ອັດຕາສ່ວນຂອງສິນຄ້າທີ່ໄດ້ຕົກລົງຫຼຸດພາສີໃຫ້ເປັນສູນນັ້ນສ່ວນຫຼາຍ ໄດ້ບັນລຸຫຼາຍກວ່າ90%, ບາງສະບັບໄດ້ບັນລຸເຖິງ 97%.

ໃນຂົງເຂດການຄ້າການບໍລິການ, ຈີນໄດ້ໃຫ້ຄຳໝັ້ນສັນຍາໃນເວລາເຂົ້າ ເປັນສະມາຊິກອົງການການຄ້າໂລກວ່າ ຈະເປີດປະຕູ 100 ຂະແໜງການ, ໃນສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືRCEPທີ່ເກີດມີຜົນບັງຄັບໃຊ້ໃນຕົ້ນປີ2022ນີ້, ໄດ້ເພີ່ມຂຶ້ນອີກ 22 ຂະແໜງການ. ທ່ານຫວາງໂຊ້ເວີນ ຮອງລັດຖະມົນຕີກະຊວງການຄ້າຈີນ ທັງເປັນຮອງຜູ້ຕາງໜ້າການເຈລະຈາການຄ້າ ສາກົນຈີນກ່າວຢືນຢັນວ່າ: ໃນຂະແໜງການຕ່າງໆທີ່ຈີນໄດ້ເປີດປະຕູແລ້ວ ໃນອົງການການຄ້າໂລກ, ມີ 37 ຂະແໜງການໃນRCEPໄດ້ຍົກລະດັບການເປີດປະຕູໃຫ້ສູງຂຶ້ນຕື່ມອີກ. ໃນຂົງເຂດການລົງທຶນ, ຈີນໄດ້ນຳໃຊ້ຮູບແບບໃນບັນຊີ ດ້ານລົບເພື່ອໃຫ້ຄຳໝັ້ນສັນຍາໃນການເປີດປະຕູໃນລະດັບສູງກວ່າເກົ່າໃນດ້ານອຸດສາຫະກຳການຜະລິດ, ກະສິກຳ, ຂະແໜງການຂຸດຄົ້ນບໍ່ແຮ່ແລະອື່ນໆ.