ອາລິຍະທຳມີຫຼາກຫຼາຍສີສັນຍ້ອນການແລກປ່ຽນກັນ ແລະມີຄວາມອຸດົມສົມບຸນຂຶ້ນຕື່ມຍ້ອນການຮຽນຮູ້ເຊິ່ງກັນແລະກັນ

2022-05-18 18:09:25 |ມາຈາກ: CRI

ວັນທີ 18 ພຶດສະພານີ້ ແມ່ນວັນຫໍພິພິທະພັນສາກົນ. ຫໍພິພິທະພັນແມ່ນສະຖານທີ່ສຳຄັນໃນການປົກປັກຮັກສາແລະສືບທອດອາລິຍະທຳຂອງມວນມະນຸດ, ວັດຖຸບູຮານບໍ່ພຽງແຕ່ໄດ້ບັນຈຸວັດທະນະທຳທີ່ເຮືອງຮຸ່ງຂອງຊົນຊາດໃດໜຶ່ງເທົ່ານັ້ນ ຍັງໄດ້ເສີມຂະຫຍາຍບົດບາດພິເສດໃນການຊຸກຍູ້ການແລກປ່ຽນແລະການຮຽນຮູ້ວັດທະນະທຳຂອງໂລກນຳກັນ. ໃນຫຼາຍປີມານີ້, ໃນຫຼາຍກາລະໂອກາດສາກົນໃນເວທີສາກົນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເລົ່າເລື່ອງຂອງປະເທດຈີນໃຫ້ໂລກໄດ້ຟັງນຳກັນ ໂດຍຜ່ານການແນະນຳວັດຖຸບູຮານທີ່ປານີດສວຍງາມ, ທັງໄດ້ສະເໜີວ່າ: ຄວນຊຸກການເຄົາລົບອາລິຍະທຳຂອງກັນແລະກັນແລະຢູ່ຮ່ວມກັນຢ່າງກົມກຽວ ເພື່ອໃຫ້ການແລກປ່ຽນແລະການຮຽນຮູ້ອາລິຍະທຳຂອງກັນແລະກັນກາຍເປັນຂົວຕໍ່ເພື່ອເພີ່ມມິດຕະພາບລະຫວ່າງປະຊາຊົນບັນດາປະເທດ ທັງເປັນແຮງຂັບເຄື່ອນໃນການຊຸກຍູ້ຄວາມກ້າວໜ້າຂອງສັງຄົມມະນຸດ ແລະເປັນສາຍສຳພັນໃນການປົກປັກຮັກສາສັນຕິພາບຂອງໂລກ.

ຮູບປັ້ນທະຫານແລະມ້າ ຈິນຊີຮ້ອງເຕ້ ທີ່ມີສື່ສຽງໂດ່ງດັງໃນໂລກ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການແລກປ່ຽນວັດທະນະທຳລະຫວ່າງຈີນກັບຕ່າງປະເທດ. ປີ 1987, ຮູບປັ້ນທະຫານແລະມ້າ ຈິນຊີຮ້ອງເຕ້ ຖືກຈັດໃຫ້ເປັນມໍລະດົກວັດທະນະທຳໂລກ. ໃນຖານະເປັນ “ທູດ” ດ້ານການແລກປ່ຽນວັດທະນະທຳຈີນກັບຕ່າງປະເທດ, ຮູບປັ້ນທະຫານແລະມາ ເຄີຍຖືກສົ່ງໄປວາງສະແດງຫຼາຍຮ້ອຍຄັ້ງຢູ່ຕົວເມືອງປະມານ 50 ປະເທດແລະເຂດແຄ້ວນໃນ 5 ທະວີບໃຫຍ່ຂອງໂລກ. ທ່ານສີຈິ້ນຜິງໄດ້ໄປຢ້ຽມຊົມການວາງສະແດງກັບຜູ້ນຳຕ່າງປະເທດ ແລະໄດ້ແນະນຳຮູບປັ້ນດັ່ງກ່າວໃຫ້ຟັງດ້ວຍຕົນເອງ.

ສ່ວນກຳປັ່ນພັນປີ BatuHitam ທີ່ຈົມນ້ຳ ໄດ້ສະແດງໃຫ້ເຫັນເຖິງປະຫວັດສາດການໄປມາຫາສູ່ກັນລະຫວ່າງຈີນກັບຫຼາຍປະເທດຢູ່ຕາມເສັ້ນທາງສາຍໄໝທາງທະເລໃນສະໄໝບູຮານ. ໃນກາງສະຕະວັດທີ 9, ກຳປັ່ນການຄ້າ BatuHitam ທີ່ເດີນທາງຈາກປະເທດຈີນໄດ້ຕຳຫີນໂສໂຄກ ແລະຈົມລົງຢູ່ເຂດທະເລໃກ້ກັບປະເທດອິນໂດເນເຊຍ. ຈົນຮອດປີ 1998 ແລ້ວຈິ່ງພົບເຫັນແລະເອົາຂຶ້ນມາ ເຊິ່ງກຳປັ່ນລຳນີ້ໄດ້ຈົມລົງຢູ່ພື້ນທະເລເປັນເວລາພັນກວ່າປີແລ້ວ. ຢູ່ເທິງກຳປັ່ນໄດ້ບັນທຸກວັດຖຸບູຮານທີ່ລ້ຳຄ່າຫຼາຍກວ່າ 60.000 ອັນ, ມີ 90% ຂຶ້ນໄປແມ່ນເຄື່ອງປັ້ນດິນເຜົາ ແລະຍັງມີແວ່ນແຍງທອງ, ເຄື່ອງເງິນຄຳ, ເງິນແທ່ງບູຮານຈີນແລະອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນເຄື່ອງທີ່ຜະລິດຢູ່ຈີນກ່ອນ 1000 ປີ.

ອາລິຍະທຳມີຫຼາກຫຼາຍສີສັນຍ້ອນການແລກປ່ຽນກັນ, ອາລິຍະທຳມີຄວາມອຸດົມສົມບຸນຂຶ້ນຕື່ມຍ້ອນການຮຽນຮູ້ເຊິ່ງກັນແລະກັນ, ນີ້ກໍຄືດັ່ງທີ່ທ່ານສີຈິ້ນຜິງເຄີຍກ່າວໄວ້ວ່າ: ຄວນເຮັດໃຫ້ວັດຖຸບູຮານທີ່ຖືກເກັບຮັກສາໄວ້ຢູ່ຫໍພິພິທະພັນ, ມໍລະດົກທີ່ຢັ່ງຢາຍຢູ່ບົນດິນແດນທີ່ກວ້າງໃຫຍ່ໄພສານ ແລະຕົວໜັງສືທີ່ລະບຸໄວ້ໃນປື້ມບູຮານນັ້ນ ມີຊີວິດຊີວາຄືນໃໝ່ ເພື່ອໃຫ້ອາລິຍະທຳຈີນຮ່ວມກັບອາລິຍະທຳທີ່ອຸດົມສົມບຸນທີ່ສ້າງໂດຍປະຊາຊົນບັນດາປະເທດໃນໂລກ, ກາຍເປັນການຊີ້ນຳຈິດໃຈທີ່ຖືກຕ້ອງແລະເປັນກຳລັງແຮງດ້ານຈິດໃຈທີ່ເຂັ້ມແຂງໃຫ້ກັບມວນມະນຸດ.