ການຮ່ວມມືສອງຝ່າຍຍີ່ປຸ່ນ-ອາເມຣິກາບໍ່ຄວນເປັນການປຸກປັ່ນການເປັນປໍລະປັກກັນລະຫວ່າງຝ່າຍ

2022-05-18 18:12:22 |ມາຈາກ: CRI

ວັນທີ 18 ພຶດສະພານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານໂຢຊິມະຊະ ຮາຢາຊິ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນຜ່ານທາງວີດີໂອ, ໂດຍໄດ້ຊີ້ແຈງຫຼັກໝັ້ນຂອງຈີນກ່ຽວກັບທ່າອ່ຽງດ້ານລົບຂອງຍີ່ປຸ່ນ ແລະ ອາເມຣິກາທີ່ມີຕໍ່ຈີນ.

ທ່ານຫວາງຢີ້ຊີ້ອອກວ່າ, ຍີ່ປຸ່ນໃກ້ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດກົນໄກຮ່ວມມື 4 ຝ່າຍ ຄື ອາເມຣິກາ ຍີ່ປຸ່ນ ອິນເດຍ ແລະ ອົສຕຼາລີ. ສິ່ງທີ່ໜ້າເປັນຫ່ວງ ແລະ ຄວນມີຄວາມລະມັດລະວັງຄື, ຜູ້ນຳອາເມຣິກາຍັງບໍ່ທັນອອກເດີນທາງ, ຖ້ອຍຄວາມທີ່ວ່າ “ຍີ່ປຸ່ນ ແລະ ອາເມຣິກາຈະຮ່ວມມືກັນຕ້ານກັບຈີນ” ກໍໄດ້ແຜ່ອອກໄປແລ້ວ, ຈົນໄດ້ທຳລາຍບັນຍາກາດຢ່າງຮ້າຍແຮງ. ຍີ່ປຸ່ນ ແລະ ອາເມຣິກາມີສາຍພົວພັນທີ່ເປັນພັນທະມິດກັນ, ຈີນ ແລະ ຍີ່ປຸ່ນໄດ້ເຊັນສັນຍາສັນຕິພາບ ແລະ ມິດຕະພາບ. ການຮ່ວມມືສອງຝ່າຍຍີ່ປຸ່ນ-ອາເມຣິກາບໍ່ຄວນເປັນການປຸກປັ່ນການເປັນປໍລະປັກກັນລະຫວ່າງຝ່າຍ, ຍິ່ງບໍ່ຄວນທຳລາຍອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຈີນ. ຫວັງວ່າຝ່າຍຍີ່ປຸ່ນຈະຖອດຖອນບົດຮຽນຈາກປະຫວັດສາດ, ສຸມໃສ່ການສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ດຳເນີນງານດ້ວຍຄວາມລະມັດລະວັງ ແລະ ສຸຂຸມຮອບຄອບ, ຢ່າສ່ຽງອັນຕະລາຍເພື່ອສະແຫວງຫາຜົນປະໂຫຍດໃຫ້ຜູ້ອື່ນ, ຢ່າສູ່ເດີນໄປໃນທິດທາງຜິດພາດ ແລະໂຍນໄພອັນຕະລາຍໃຫ້ປະເທດບ້ານໃກ້ເຮືອນຄຽງ.