ຂະບວນລົດໄຟດ່ວນຈີນ-ເອີຣົບເປັນການຢັ້ງຢືນການພັດທະນາ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງຢ່າງແຂງແຮງ

2022-05-19 18:06:31 |ມາຈາກ: CRI

ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 18 ພຶດສະພານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກວ່າ:ພາຍໃຕ້ເບື້ອງຫຼັງທີ່ໂລກມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະສະຖານະການສາກົນມີຄວາມປັ່ນປ່ວນ, ຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ຜ່ານຜ່າສະພາບການທີ່ການຈໍລະຈອນສິນຄ້າ ໃນທົ່ວໂລກມີຄວາມຫຍຸ້ງຍາກແລະຄວາມສາມາດຂົນສົ່ງກໍ່ບໍ່ພຽງພໍ,ແຕ່ກໍ່ໄດ້ປະ ສົບຜົນສຳເລັດອັນພົ້ນເດັ່ນແລະເປັນໜ້າຍ້ອງຍໍຊົມເຊີຍ.ນີ້ແມ່ນການປະກອບສ່ວນອັນຕັ້ງໜ້າຂອງຈີນໃຫ້ກັບການຟື້ນຟູເສດຖະກິດໂລກ,ທັງເປັນການຢັ້ງຢືນໃຫ້ເຫັນການພັດທະນາ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງຢ່າງແຂງແຮງ.

ຂໍ້ມູນຫຼ້າສຸດໄດ້ໃຫ້ຮູ້ວ່າ:ເດືອນເມສາ,ຂະບວນລົດໄຟດ່ວນຈີນ-ເອີຣົບແລ່ນ ໄດ້ 1170 ຖ້ຽວເຊິ່ງໄດ້ເພີ່ມຂຶ້ນ 36 ຖ້ຽວເມື່ອທຽບກັບເດືອນມີນາໂດຍປະກົດ ໃຫ້ເຫັນທ່ວງທ່າພັດທະນາທີ່ເພີ່ມຂຶ້ນ.ໂດຍພິຈາລະນາເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19ແລະການສູ້ຮົບກັນລະຫວ່າງຣັດເຊຍ-ອູແກຣນ,ສະນັ້ນ ຜົນງານດັ່ງກ່າວຍາດໄດ້ມາບໍ່ແມ່ນງ່າຍດ່າຍ.

ທ່ານວ່າງເວີນປິ່ນຊີ້ອອກວ່າ:ຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ສືບຕໍ່ແລ່ນ ຫຼາຍກວ່າ 1.000 ຖ້ຽວຕໍ່ເດືອນຕະຫຼອດໄລຍະ24ເດືອນ,ການບໍລິການການຈໍລະ ຈອນສິນຄ້າກໍ່ໝັ້ນທ່ຽງ ໜ້າເຊື່ອຖືແລະມີປະສິດທິຜົນສູງເຊິ່ງໄດ້ຊ່ວຍສະໜັບ ສະໜູນຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງທົ່ວໂລກໄດ້ຢ່າງແຂງແຮງເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມແຂງແຮງທົນທານແລະຄວາມຮັບຜິດຊອບກໍ່ຄືພະລັງແຮງແລະຄວາມໝັ້ນໃຈ.ປະເທດຈີນຍິນດີຮ່ວມກັບຝ່າຍຕ່າງໆຍຶດໝັ້ນໃນແນວຄິດປຶກສາຫາລືຮ່ວມກັນ ສ້າງສາແລະຊົມໃຊ້ຮ່ວມກັນ,ເກາະແຂນກັນ ສ້າງຂະບວນລົດໄຟດ່ວນຈີນ-ເອີຣົບໃຫ້ດີ,ຮ່ວມກັນຊຸກຍູ້ການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ມີການພັດທະນາດ້ວຍຄຸນນະພາບສູງເພື່ອເພີ່ມພະລັງແຮງທີ່ເຂັ້ມແຂງໃຫ້ກັບການຟື້ນຟູເສດຖະກິດໂລກ.