ວິສາຫະກິດຕ່າງປະເທດສືບຕໍ່ເບິ່ງອະນາຄົດການພັດທະນາຂອງຈີນໃນແງ່ດີເປັນໄລຍະຍາວ

2022-05-20 19:06:23 |ມາຈາກ: CRI

ຕົວເລກຂໍ້ມູນທີ່ກະຊວງການຄ້າຈີນປະກາດໃນຫວ່າງມໍ່ໆມານີ້ໄດ້ໃຫ້ຮູ້ວ່າ: ແຕ່ເດືອນມັງກອນຫາເດືອນເມສາປີ 2022 ນີ້,ຈັງຫວະການເຕີບໂຕຂອງການດຶງ ດູດການລົງທຶນໂດຍກົງຂອງຕ່າງປະເທດຢູ່ຈີນໄດ້ບັນລຸເຖິງ20.5%.ບົນພື້ນຖານຕົວເລກພື້ນຖານໃນປີກາຍນີ້ຍັງຄົງຈະບັນລຸການເຕີບໂຕດ້ວຍສອງຕົວເລກ. ເຈົ້າ ໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນໄດ້ກ່າວໃນວັນທີ 19 ພຶດ ສະພານີ້ວ່າ:ສະພາບພື້ນຖານທີ່ເສດຖະກິດຂອງຈີນມີສະຖຽນລະພາບແລະດີຂຶ້ນ ເປັນເວລາຍາວນານນັ້ນບໍ່ໄດ້ມີການປ່ຽນແປງ,ຍ້ອນຕະຫຼາດພາຍໃນປະເທດມີຂະໜາດໃຫຍ່ພິລຶກ,ສະນັ້ນວິສາຫະກິດຕ່າງປະເທດຈຶ່ງເບິ່ງອະນາຄົດການພັດທະນາຂອງຈີນໃນແງ່ດີເປັນໄລຍະຍາວ.

ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວວ່າ:ປັດຈຸບັນ,ບັນຊີລາຍການອຸດສາຫະກຳທີ່ສົ່ງເສີມໃຫ້ນັກທຸລະກິດຕ່າງປະເທດລົງທຶນສະບັບ ໃໝ່ພວມຂໍຄວາມເຫັນນຳສັງຄົມຢ່າງເປີດເຜີຍ.ຫຼັກການພື້ນຖານໃນການປັບປຸງ ເທື່ອນີ້ກໍ່ເພື່ອຊຸກຍູ້ການດຶງດູດການລົງທຶນຂອງຕ່າງປະເທດ“ໃຫ້ເພີ່ມຂຶ້ນໃນດ້ານ ປະລິມານແລະມີໂຄງປະກອບທີ່ດີ”ໂດຍມີຈຸດປະສົງເພື່ອສືບຕໍ່ສົ່ງເສີມການລົງ ທຶນຈາກນັກທຸລະກິດຕ່າງປະເທດ,ໂດຍສະເພາະແມ່ນສົ່ງເສີມນັກທຸລະກິດຕ່າງ ປະເທດລົງທຶນເຂົ້າໃນຂົງເຂດ ຈຸດສຸມເຊັ່ນ:ອຸດສາຫະກຳການຜະລິດອຸດສາຫະ ກຳການບໍລິການທີ່ມີລັກສະນະການຜະລິດແລະອື່ນໆພ້ອມດ້ວຍເຂດຈຸດສຸມ, ເຊັ່ນ:ພາກກາງ ພາກຕາເວັນຕົກແລະພາກຕາເວັນອອກສຽງເໜືອເປັນຕົ້ນ.