ທ່ານສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມເວທີປຶກສາຫາລືຂອງພັກການເມືອງ, ຄັງປັນຍາ ແລະອົງການຈັດຕັ້ງປະຊາສັງຄົມຂອງປະເທດ ບຣິສ

2022-05-20 19:07:29 |ມາຈາກ: CRI

ວັນທີ 19 ພຶດສະພານີ້, ກອງປະຊຸມເວທີປຶກສາຫາລືຂອງພັກການເມືອງ, ຄັງປັນຍາ ແລະອົງການຈັດຕັ້ງປະຊາສັງຄົມຂອງປະເທດ ບຣິກສ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນຜ່ານທາງວິດີໂອ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມດັ່ງກ່າວ.

ໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ປັດຈຸບັນ ການຟື້ນຟູເສດຖະກິດໂລກມີຄວາມອ່ອແອ ແລະຂາດພະລັງແຮງ, ຊ່ອງຫວ່າງແຫ່ງການພັດທະນາໄດ້ຂະຫຍາຍກວ້າງອອກຕື່ມອີກ, ການປ່ຽນແປງຂອງດິນຟ້າອາກາດ ແລະການຄຸ້ມຄອງດີຈີຕອນໄດ້ປະສົບກັບສິ່ງທ້າທາຍທີ່ຂ້ຽວຂາດ. ປະເທດ ບຣິກສ ບໍ່ຄວນລືມອຸດົມການແຕ່ຫົວທີ, ຈື່ຈຳພາລະກຳຂອງການຮ່ວມມື, ຮ່ວມກັບປະເທດພວມພັດທະນາທັງຫຼາຍ ຊຸກຍູ້ໃຫ້ປະຊາຄົມໂລກແກ້ໄຂບັນຫາດ້ວຍຄວາມເປັນຈິດໜຶ່ງໃຈດຽວກັນ ເພື່ອຮ່ວມກັນບຸກເບີກອະນາຄົດການພັດທະນາທີ່ສະຫວ່າງສະໄຫວກວ່າເກົ່າແລະດີງາມກວ່າເກົ່າ. ຈີນຍິນດີຮ່ວມກັບບັນດາປະເທດໃນໂລກເຊິ່ງລວມທັງປະເທດ ບຣິກສ, ເລັ່ງລັດການປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການ ສປຊ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາໂລກຢ່າງໝັ້ນທ່ຽງ ເພື່ອຮ່ວມກັນສ້າງປະຊາຄົມການພັດທະນາໂລກ.

ທ່ານສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຫວັງວ່າພັກການເມືອງ, ຄັງປັນຍາແລະອົງການຈັດຕັ້ງປະຊາສັງຄົມລະຫວ່າງປະເທດ ບຣິກສ ແລະ ປະເທດພວມພັດທະນາ ຈະປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບ, ລົງເລິກການແລກປ່ຽນຄວາມຄິດເຫັນ ເພື່ອປະກອບສ່ວນສະຕິປັນຍາແລະເຫື່ອແຮງເຂົ້າໃນການບັນລຸເປົ້າໝາຍການພັດທະນາຮ່ວມກັນຂອງໂລກ ກໍຄືການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.