ເລີ່ມດຳເນີນການປະຕິບັດກົດໝາຍແລະລາດຕະເວນຮ່ວມຢູ່ຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 117

2022-05-25 21:00:43 |ມາຈາກ: CRI

ພະແນກປ້ອງກັນຄວາມສະຫງົບຂອງແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ວ່າ: ເວລາ 9 ໂມງຂອງວັນທີ 24 ພຶດສະພານີ້, ກຳປັ່ນປະຕິບັດກົດໝາຍຂອງຈີນສອງລຳໄດ້ອອກເດີນທາງຈາກທ່າກຳປັ່ນຈິງຮ່າຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາຂອງຈີນ,ເລີ່ມດຳເນີນການປະຕິບັດກົດໝາຍແລະລາດຕະເວນຮ່ວມຢູ່ຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 117 ຢ່າງເປັນທາງການ.

ໃນການລາດຕະເວນຄັ້ງນີ້, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງກຳປັ່ນປະຕິບັດກົດໝາຍທັງໝົດ 4 ລຳ, ຕ່າງໄດ້ອອກເດີນທາງຈາກທ່າກຳປັ່ນຈິງຮ່າ, ເມືອງເມີງຂອງລາວ ແລະທ່າກຳປັ່ນວັງປອງຂອງມຽນມາ,ເພື່ອດຳເນີນການປະຕິບັດກົດໝາຍແລະລາດຕະເວນຮ່ວມຢູ່ຕາມລ້ອງແມ່ນ້ຳແລະເຂດນ້ຳທີ່ສຳຄັນຂອງແມ່ນ້ຳດັ່ງກ່າວ. ທັງສີ່ຝ່າຍຈະສຸມໃສ່ການຮ່ວມມືກັນໂຈມຕີການກະທຳກໍ່ອາຊະຍາກຳຂ້າມຊາດທີ່ຜິດກົດໝາຍຢ່າງຕໍ່ເນື່ອງ,ດຳເນີນການປະຕິບັດກົດໝາຍແລະລາດຕະເວນຮ່ວມໂດຍຜ່ານຮູບແບບບໍ່ຢູ່ໃກ້ຊິດກັນ,ອອກແຮງສຸດຂີດເພື່ອປົກປັກຮັກສາຄວາມປອດໄພແລະຄວາມໝັ້ນຄົງຢູ່ເຂດລ້ອງແມ່ນ້ຳຂອງ.