ລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 3 ລ້ານເທື່ອຄົນ

2022-05-25 21:02:20 |ມາຈາກ: CRI

ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝີງລາຍງານວ່າ: ນັບມາຮອດວັນທີ 23 ພຶດສະພາປີ 2022, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3,09 ລ້ານເທື່ອຄົນ, ໃນນັ້ນ, ຕອນຢູ່ຈີນໄດ້ຂົນສົ່ງຜູ້ໂດຍສານ 2,71 ລ້ານເທື່ອຄົນ, ຕອນຢູ່ລາວໄດ້ຂົນສົ່ງຜູ້ໂດຍສານ 3 ແສນ 8 ໝື່ນເທື່ອຄົນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ພາກສ່ວນທາງລົດໄຟໄດ້ວິເຄາະຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນຢ່າງຖືກຕ້ອງຕາມຫຼັກວິທະຍາສາດ, ຈັດວາງວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຂົນສົ່ງຜູ້ໂດຍສານຢ່າງເປັນເອກະພາບກັນ, ປັບປຸງມາດຕະການບໍລິການຢູ່ສະຖານີແລະຢູ່ເທິງລົດໄຟ, ເພີ່ມຄວາມສາມາດການຂົນສົ່ງຢ່າງບໍ່ຢຸດຢັ້ງ, ເປີດລົດໄຟຂົນສົ່ງຜູ້ໂດຍສານຂະບວນໃໝ່ຕາມສະພາບຕົວຈິງ, ສຳລັບເສັ້ນທາງລົດໄຟລາວ-ຈີນຕອນຢູ່ຈີນ, ຫຼາຍທີ່ສຸດໄດ້ຂົນສົ່ງຜູ້ໂດຍສານ 3,3 ໝື່ນຄົນຕໍ່ມື້; ສ່ວນຕອນຢູ່ລາວກໍ່ໄດ້ຂົນສົ່ງຜູ້ໂດຍສານເພີ່ມຂຶ້ນຢ່າງໝັ້ນທ່ຽງ, ຫຼາຍທີ່ສຸດໄດ້ສົ່ງຜູ້ໂດຍສານເກືອບ 5000 ຄົນຕໍ່ມື້.