ລົດໄຟລາວ-ຈີນ ຊ່ວຍໃຫ້ການຂົນສົ່ງສິນຄ້າມີຄວາມສະ ດວກສະບາຍ

2022-05-25 10:22:19 |ມາຈາກ:

ຜູ້ປະກອບການດ້ານການຂົນສົ່ງຂອງຈີນ ພໍໃຈກັບການບໍລິການຂົນສົ່ງຂອງລົດໄຟລາວ-ຈີນ ທີ່ມີຄວາມໝາຍດວກສະບາຍ ແລະ ວ່ອງໄວ ເມື່ອທຽບໃສ່ເມື່ອກ່ອນທີ່ຂົນ ສົ່ງສິນຄ້າດ້ວຍລົດ.

ທ່ານ Tu Jingchun ຜູ້ຈັດການ ບໍລິສັດ ຂົນສົ່ງສິນຄ້າສາກົນ ຢູນນານ ທົງອີ້ ຈຳກັດ ໃຫ້ສໍາພາດຕໍ່ສື່ມວນຊົນລາວ ໃນວັນທີ 23 ພຶດສະພາ 2022 ຢູ່ທ່າບົກທ່ານາແລ້ງ, ນະຄອນຫລວງວຽງຈັນ ວ່າ: ຫລັງຈາກທີ່ລົດໄຟລາວ-ຈິນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ເຮັດໃຫ້ການຂົນສົ່ງສິນ ຄ້າຂອງລາວດີຂຶ້ນແບບກ້າວກະໂດດ ເພາະວ່າລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ຕ້ອງໄດ້ໃຊ້ລົດໃນການສົ່ງອອກສິນຄ້າ ຈາກລາວໄປຈີນ ຫລື ຈີນມາລາວ ເຊີ່ງໃຊ້ເວລາ 4-5 ວັນ ຈິ່ງຮອດຊາຍແດນ ລາວ-ຈີນ, ແຕ່ປັດຈຸບັນ ການຂົນສົ່ງສິນຄ້າໂດຍຜ່ານທາງລົດໄຟລາວ-ຈີນ ຈາກຄຸນຫມິງຂອງຈີນ ຫາ ນະຄອນຫລວງວຽງຈັນ ໃຊ້ເວລາພຽງ 24 ຊົ່ວໂມງເທົ່ານັ້ນ, ທັງມີຄວາມປອດໄຟກວ່າ, ມີຂັ້ນຕອນທີ່ງ່າຍຂື້ນ, ສະດວກສະບາຍ , ຫຼູດຜ່ອນຄ່າໃຊ້ຈ່າຍ, ໄດ້ມາດຕະຖານ ແລະ ທຳລາຍຄວາມຫຍຸ້ງຍາກຂອງປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຕໍ່ທາງບົກຂອງຫຼາຍປະ ເທດອ້ອມຂ້າງ.

ທ່ານກ່າວຕື່ມວ່າ: ໃນການຂົນສົ່ງສິນຄ້າຈາກຈີນ ຜ່ານລາວ ໄປໄທ ແລະ ມຽນມາຂອງບໍລິສັດທ່ານ ຕ້ອງໄດ້ຜ່ານ ຫລື ຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງ, ນະຄອນຫລວງວຽງຈັນ ເຊີ່ງເຫັນວ່າມີການບໍລິການທີ່ວ່ອງໄວ ແລະ ໃຫ້ຄຳແນະນຳຕ່າງໆ ແກ່ລູກຄ້າໄດ້ດີ.