4 ເດືອນຕົ້ນປີນີ້, ມີສິນຄ້າ ນຳເຂົ້າ-ສົ່ງອອກຜ່ານແດນ ທ່າບົກ-ທ່ານາແລ້ງ 11 ພັນກວ່າຕູ້

2022-05-25 10:23:08 |ມາຈາກ:

ຂປລ. ນັບແຕ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ນະ ຄອນຫລວງວຽງຈັນ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງ ການ ໃນຕົ້ນເດືອນທັນວາ 2021 ຜ່ານມາ, ເຮັດໃຫ້ການຂົນສົ່ງສິນຄ້າຜ່ານແດນ ມີຄວາມສະດວກສະບາຍຫລາຍຂຶ້ນກວ່າເກົ່າ ເຊິ່ງພາຍໃນ 4 ເດືອນຕົ້ນປີ 2022 ນີ້, ບໍລິສັດ ທ່າບົກ-ທ່ານາແລ້ງ ຈຳກັດ ສາມາດປະຕິບັດ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານແດນທ່າບົກ-ທ່ານາແລ້ງ ແລະ ຜ່ານລົດໄຟລາວ-ຈີນ ໄດ້ທັງໝົດ 11 ພັນກວ່າຕູ້. ໃນນັ້ນ, ນຳເຂົ້າ-ສົ່ງອອກ ຜ່ານແດນ ລາວ-ຈີນ 9 ພັນກວ່າຕູ້ ເທົ່າ ກັບ 85% (ຜ່ານລົດໄຟ ລາວ-ຈີນ), ນຳເຂົ້າ-ສົ່ງອອກ ລາວ- ໄທ 1 ພັນກວ່າຕູ້ ເທົ່າກັບ 14%, ຜ່ານແດນ ໄທ-ຈີນ 82 ຕູ້, ເທົ່າກັບ 1%, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກຳ, ເປັນຕົ້ນ ປະເພດປຸຍ, ອຸປະກອນອີເລັກໂທຣນິກຕ່າງໆ, ເຄື່ອງໄຟຟ້າ ແລະ ອື່ນໆ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກ-ທ່ານາແລ້ງ ຈຳກັດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນລາວ ໃນວັນທີ 23 ພຶດສະພາ 2022 ນີ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້, ທ່າບົກ-ທ່ານາແລ້ງ ໄດ້ມີຜົນສຳເລັດ ໃນການຈັດຕັ້ງປະຕິບັດ ການນຳເຂົ້າ-ສົ່ງອອກ ສິນຄ້າຫລາຍດ້ານ ເປັນຕົ້ນ ໄດ້ເປັນຈຸດອຳນວຍຄວາມສະດວກດ້ານການຄ້າ, ເປັນດ່ານສາກົນສິນຄ້າທາງບົກ ແລະ ທາງລາງ ຂອງນະຄອນຫລວງວຽງຈັນ ໃນການກວດກາສິນຄ້າ ເຂົ້າ-ອອກ ແລະ ຜ່ານແດນ, ເປັນແຫລ່ງລາຍຮັບອັນໃໝ່ ໃນການເກັບພັນທະເຂົ້າງົບປະມານ, ຫລຸດຜ່ອນຕົ້ນທຶນໂລຈິສະຕິກ ແລະ ເປັນສ່ວນຂັບເຄື່ອນທີ່ສໍາຄັນ ໃຫ້ແກ່ການສົ່ງເສີມການລົງທຶນ ຂອງຕ່າງປະເທດ.

ດ່ານທ່າບົກທ່ານາແລ້ງ ເປັນສະຖານີຂົນສົ່ງຫລາຍຮູບແບບ ລະຫວ່າງປະ ເທດ ທີ່ມີລະຫັດ LOCODE ທີ່ສາມາດ ນຳໃຊ້ໄດ້ເປັນທາງ ການ ໃນຂະບວນ ການຂົນສົ່ງສາກົນ ໃນຖານະສະຖານີ ຕົ້ນທາງ ແລະ ປາຍທາງ ການຂົນສົ່ງສາກົນ, ມີລະບົບສາງພາສີ ແລະ ສາງຜ່ານແດນ ທີ່ມີພື້ນທີ່ໃນຮົ່ມ 17.500 ຕາ ແມັດ ສາມາດຮອງຮັບ ການບໍລິການ ລະບົບການຂົນສົ່ງດ້ວຍຕູ້ ຄອນເທນເນີ, ການບໍລິການ LCL ແລະ ການຄ່ຽນຖ່າຍສິນຄ້າເຂົ້າ-ອອກ ຕູ້ຜ່ານແດນ ໄດ້ຢ່າງພຽງພໍ. ສຳລັບ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຕູ້ສິນຄ້າ ບໍລິສັດ ທ່າບົກ-ທ່ານາແລ້ງ ໄດ້ມີການຈັດຕັ້ງປະຕິບັດ ລະບົບຕິດຕາມພາຫະ ນະ ແລະ ສິນຄ້າ GPS/e-Seal ເພື່ອຄວບຄຸມການຂົນສົ່ງ ໄປຕາມເສັ້ນທາງກຳນົດ ເພື່ອຄຸ້ມຄອງການຂົນສົ່ງ Bonded Truck ກໍຄື ລົດຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຕົວເມືອງ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ.

ທ່ານ ສາຄອນ ພິລາງາມ ໃຫ້ຮູ້ອີກວ່າ: ປັດຈຸບັນ ພວມດຳ ເນີນການກໍ່ສ້າງເສັ້ນທາງ ລົດໄຟ ເຊື່ອມຕໍ່ຈາກສະຖານີທ່າບົກທ່າ-ນາແລ້ງ ໄປຫາ ສະຖານີວຽງຈັນໃຕ້ ກໍຄື ເຊື່ອມຕໍ່ ໄປຫາເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງບໍລິສັດ ທ່າບົກ-ທ່ານາແລ້ງ ໄດ້ກໍ່ສ້າງຕໍ່ຈາກສະຖານີລົດໄຟ ລາວ-ໄທ ໄປສະຖານີວຽງຈັນໃຕ້ 1,2 ກິໂລແມັດ ແລະ ສະຖານີວຽງຈັນໃຕ້ ກໍ່ ສ້າງມາສະຖານີທ່າບົກ-ທ່ານາແລ້ງ 2,8 ກິໂລແມັດ, ຄາດວ່າ ການກໍ່ສ້າງ ຈະສຳເລັດ ແລະ ເປີດໃຫ້ບໍລິການຂົນສົ່ງສິນຄ້າ ໃນທ້າຍມິຖຸນາ 2022 ທີ່ຈະມາເຖິງນີ້. ພາຍຫລັງ ສຳເລັດການເຊື້ອມຈອດກັນ ລະຫວ່າງເສັ້ນທາງລົດໄຟ ລາວ-ຈີນ ກັບ ເສັ້ນທາງລົດໄຟ ລາວ-ໄທ ກໍຈະເຮັດໃຫ້ການຂົນສົ່ງສິນຄ້າ ຈາກຈີນມາລາວ ໄປໄທ, ຈາກໄທມາລາວໄປຈີນ ແລະ ການນຳເຂົ້າ, ສົ່ງອອກ ສິນຄ່າຕ່າງໆ ມີຄວາມສະ ດວກສະບາຍ, ວ່ອງໄວ, ປະຢັດເວລາໃນການຂົນສົ່ງ, ທັງປະຢັດຕົ້ນທຶນ ແລະ ອື່ນໆ.

ພ້ອມນັ້ນ, ທ່າບົກ-ທ່ານາແລ້ງ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການ ສ້າງຕັ້ງ ສູນກັກກັນພືດ ແລະ ສັດ ກັບ ພາກລັດຂອງລາວ ແລະ ພາກເອກະຊົນ ຂອງຈີນ ເພື່ອເພີ່ມຂີດຄວາມສາມາດ ທາງໂລຈິສະຕິກ ນໍາເຂົ້າ ສົ່ງອອກ ແລະ ຜ່ານແດນ ສິນຄ້າປະເພດ ພືດຜັກສົດ, ໝາກໄມ້ ແລະ ສິນຄ້າປະເພດອາຫານແຊ່ແຂງ/ຄວບຄຸມອຸນຫະພູມ. ພ້ອມນັ້ນ, ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມື ກັບທ່າບົກ ເທິງຈຸ້ນ ນະຄອນຄຸນໝິງ ໃນການເປັນພັນທະມິດ ເພື່ອໃຫ້ບໍລິການລູກຄ້າ ໂດຍສະເພາະ ການບໍ ລິການ ແລະ ຄຸ້ມຄອງຕູ້ສິນຄ້າ ຮ່ວມກັນ ເພື່ອຫລຸດຜ່ອນ ຄ່າມັດຈຳຕູ້ຂອງຜູ້ປະກອບການ.

ຂ່າວ-ພາບ: ທະນູທອງ