ເດືອນມິຖຸນານີ້ ກຽມເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ

2022-05-25 10:23:55 |ມາຈາກ:

ນັບແຕ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ຊຶ່ງໃນ 4 ເດືອນເບື້ອງຕົ້ນ ທາງບໍລິສັດ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ສາມາດບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ໄດ້ 11.000 ກວ່າຕູ້ ແລະ ພາຍໃນທ້າຍເດືອນມິຖຸນານີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມການສຳພາດຕາມທາງລົດໄຟລາວ-ຈີນ ພາຍໃຕ້ຫົວຂໍ້: “ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ຈັດຂຶ້ນໂດຍເວັບໄຊ www.yunnangateway.com ທີ່ຂຶ້ນກັບວາລະສານແມ່ນໍ້າຂອງ, ໜັງສືພິມຢຸນນານ ແຫ່ງ ສປ ຈີນ ໃນວັນທີ 23 ພຶດສະພາ ຜ່ານມານີ້ວ່າ: ໃນຈໍານວນສິນຄ້າ 11.000 ກວ່າຕູ້, 80% ເປັນສິນຄ້າຜ່ານແດນ ຊຶ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ ເຄື່ອງອຸປະກອນອີເລັກໂຕຣນິກ, ປຸ໋ຍ, ຊິ້ນສ່ວນປະກອບເຄື່ອງໃຊ້ໄຟ ຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫຼືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫຼັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກ ເຂົ້າ, ໝາກໄມ້ ແລະ ຢາງພາລາ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກສະບາຍກວ່າເກົ່າ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ລົງທຶນດ້ວຍຕົນເອງໃນການກໍ່ສ້າງທາງລົດໄຟຈາກສະຖານີລາວໄທ ຫາ ທ່າບົກທ່ານາແລ້ງ ໄລຍະທາງ 1,2 ກິໂລແມັດ ແລະ ບໍລິສັດ ລົດໄຟ ລາວ-ຈີນ ໄດ້ລົງທຶນກໍ່ສ້າງທາງລົດໄຟຈາກສະຖານີວຽງຈັນໃຕ້ ຫາ ທ່າບົກທ່ານາແລ້ງ ໄລຍະທາງ 2,8 ກິໂລແມັດ. ທັງສອງເສັ້ນ ທາງລົດໄຟ ຕາມແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ 2022 ຊຶ່ງຈະກາຍເປັນຈຸດຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງ ທີ່ມີຂະໜາດຄວາມກວ້າງຂອງລາງແຕກຕ່າງກັນຢູ່ທ່າບົກທ່ານາແລ້ງ ເພາະລົດໄຟລາວ-ຈີນ ມີຄວາມກວ້າງຂອງລາງ 1,435 ແມັດ, ສ່ວນລົດໄຟໄທ ມີຄວາມກວ້າງຂອງລາງ 1 ແມັດ.

ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນຄັ້ງນີ້ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ເພາະໄລຍະຜ່ານມາ ລົດໄຟລາວ-ຈີນ ແມ່ນສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຈາກນັ້ນ ໄດ້ໃຊ້ລົດບັນທຸກຂົນສົ່ງສິນຄ້າໄປຫາທ່າບົກທ່ານາແລ້ງ ເພື່ອຂົນສົ່ງຕໍ່ໄປໄທ ແລະ ປະເທດອື່ນໆ. ດັ່ງນັ້ນ, ເມື່ອການເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາແລ້ງຈາກຈີນໄປໄທ, ຈາກໄທໄປຈີນ ຫຼື ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກ ວ່ອງໄວຂຶ້ນກວ່າເກົ່າ.

ຂ່າວ-ພາບ: ພູວັນ