ເລີ່ມຕົ້ນກິດ​ຈະ​ກໍາ​ສໍາ​ພາດການເຜີຍແຜ່ສາກົນທາງອິນເຕີເນັດ“ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ”

2022-05-26 19:34:40 |ມາຈາກ:

ວັນທີ 23 ພຶດສະພາ, ກິດ​ຈະ​ກໍາ​​ສໍາ​ພາດການເຜີຍແຜ່ສາກົນທາງອິນເຕີເນັດ ໃນຫົວຂໍ້“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໂດຍມີຫ້ອງການຂໍ້ມູນອິນເຕີເນັດຄະນະພັກແຂວງຢຸນນານເປັນເຈົ້າພາບ, ເວັບໄຊປະຕູສູ່ຢຸນນານ(yunnangateway) ເວັບໄຊຫຼາຍພາສາຂອງກຸ່ມກິດຈະການໜັງສືພິມລາຍວັນຢຸນນານເປັນເຈົ້າການຈັດຂຶ້ນຢູ່ນະຄອນຄຸນໝິງແລະປະເທດລາວໃນເວລາດຽວກັນ.ໃນໄລຍະທໍາອິດເປັນກິດຈະກໍາການ​ສໍາ​ພາດ,ເຊິ່ງຈະຈັດຂຶ້ນໃນປີນີ້ໂດຍແບ່ງເປັນ 2 ຄັ້ງ, ໂດຍຈະມີສື່ມວນຊົນສາກົນແລະຄົນທີ່ມີຊື່ສຽງໃນອິນເຕີເນັດຈາກຈີນແລະລາວໄປສຳພາດຢູ່ສະຖານທີ່ລຽບຕາມເສັ້ນທາງລົດໄຟລາວ-ຈີນເຊັ່ນ ໃນເມືອງ,ສະຖານີຂົນສົ່ງ, ບ້ານ, ວິສາຫະກິດ, ໂຮງຮຽນ​ແລະ​ອື່ນໆ.

ຜູ້ເຂົ້າຮ່ວມການສຳພາດຄັ້ງທໍາອິດຈາກພາກສ່ວນພາຍໃນປະເທດຈິນ ປະກອບມີ ວາລະສານ"ໂຢລີນ" "ຕ້າລູຊຽວ"ຂອງຊີນຈ່ຽງ, ວິທະຍຸຄື້ນຄວາມຖີ່(FM96.3) ເປີຍປູວານກວາງຊີ, ສູນການສື່ສານສາກົນຈົງຊີງ, ເວັບໄຊຂໍ້ມູນຄຸນໝິງ, ພະນັກງານເຜີຍແຜ່ຕ່າງປະເທດຂອງເວັບໄຊປະຕູສູ່ຢຸນນານ ແລະອື່ນໆ, ຜູ້ເຂົ້າຮ່ວມຈາກພາກສ່ວນລາວປະກອບມີວິທະຍຸກະຈາຍສຽງແຫ່ງຊາດລາວ, ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ນັກຂຽນຂ່າວວັດທະນະທຳການທ່ອງທ່ຽວ ແລະ ອື່ນໆ.
ການສຳພາດຄັ້ງທຳອິດຂອງເສັ້ນທາງລົດໄຟຈີນ-ລາວໄດ້ດຳເນີນໄປໃນເວລາດຽວກັນທັງພາກສ່ວນຈີນ​ແລະ​ລາວ.ພາກສ່ວນຈີນໄປຢ້ຽມຢາມຄຸນໝິງແລະເມືອງຢູ້ຊີ, ພາກສ່ວນລາວຈະລົງສຳພາດຕົວຈິງທີ່ດ່ານທ່ານາແລ້ງ ວຽງຈັນ, ສະຖານີວຽງຈັນຂອງເສັ້ນທາງລົດໄຟຈີນ-ລາວ ແລະ ບ້ານອ່ານຈູຂອງເສັ້ນທາງລົດໄຟຈີນ-ລາວ ແລະ ໂຄງການອື່ນໆ.

ນັກຂ່າວ ຫວັງຮວນ ນັກສຶກສາຝຶກງານ ຫຼີຈີງຊົວ