ທ່ານສີຈິ້ນຜິງພົບປະທ່ານນາງມິເຊວ ບາເຊເລດ ຜູ້ຮັບຜິດຊອບວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດ

2022-05-26 19:41:21 |ມາຈາກ: CRI

ວັນທີ 25 ພຶດສະພາປີ 2022 ນີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທ່ານນາງມິເຊວ ບາເຊເລດ ຜູ້ຮັບຜິດຊອບວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດຜ່ານທາງວິດີໂອ.

ທ່ານສີຈິ້ນຜິງໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງບາເຊເລດມາຢ້ຽມຢາມຈີນ, ແລະໄດ້ບັນລະຍາຍບັນຫາສຳຄັນຕ່າງໆກ່ຽວກັບການພັດທະນາວຽກງານສິດທິມະນຸດຂອງຈີນຢ່າງເລິກເຊິ່ງບົນພື້ນຖານປະຫວັດສາດແລະວັດທະນະທຳຂອງຈີນ, ໄດ້ສະແດງໃຫ້ເຫັນຫຼັກໝັ້ນຫຼັກການຂອງພັກແລະລັດຖະບານຈີນທີ່ສຸມໃສ່ປົກປັກຮັກສາແລະຮັບປະກັນສິດທິມະນຸດຢ່າງຮອບດ້ານ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການຮັບປະກັນສິດທິມະນຸດບໍ່ມີລະດັບດີທີ່ສຸດ, ມີແຕ່ດີກວ່າເກົ່າເທົ່ານັ້ນ. ຈີນຍິນດີຕັ້ງໜ້າດຳເນີນການສົນທະນາແລະການຮ່ວມມືດ້ານສິດທິມະນຸດກັບຝ່າຍຕ່າງໆ ບົນພື້ນຖານສະເໝີພາບແລະເຄົາລົບເຊິ່ງກັນແລະກັນ, ເພື່ອເປີດກວ້າງຄວາມຮັບຮູ້ທີ່ເປັນເອກະພາບກັນ, ຫຼຸດຜ່ອນຄວາມຂັດແຍ້ງກັນໃຫ້ໜ້ອຍລົງ, ຖອດຖອນບົດຮຽນນຳກັນ, ແລະພ້ອມກັນກ້າວໄປຂ້າງໜ້າ, ຮ່ວມກັນຊຸກຍູ້ວຽກງານສິດທິມະນຸດສາກົນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດ.

ທ່ານນາງບາເຊເລດກ່າວວ່າ: “ຂອບໃຈຝ່າຍຈີນທີ່ໄດ້ຕ້ອນຮັບຂ້າພະເຈົ້າມາຢ້ຽມຢາມຈີນພາຍໃຕ້ສະພາບການຫຍຸ້ງຍາກຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ນີ້ແມ່ນການຢ້ຽມຢາມຈີນຄັ້ງທຳອິດຂອງຜູ້ຮັບຜິດຊອບວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດໃນຮອບ 17 ປີຜ່ານມານີ້, ເຊື່ອວ່າການຢ້ຽມຢາມໃນຄັ້ງນີ້ຈະຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈປະເທດຈີນດີຂຶ້ນກວ່າເກົ່າ.”