ງານວາງສະແດງວິສາຫະກິດການຄ້າຂອງງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 5 ວາງມາດຕະການສະໜັບສະໜູນເປັນພິເສດແລະຈະແກ່ຍາວເວລາການສະເໜີຊື່ເຂົ້າຮ່ວມງານ

2022-05-27 17:51:07 |ມາຈາກ: CRI

ເພື່ອຊ່ວຍໃຫ້ວິສາຫະກິດຮັບມືກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວັນທີ 26 ພຶດສະພານີ້, ອົງການວາງສະແດງການນຳເຂົ້າສາກົນຈີນໄດ້ວາງອອກມາດຕະການສະໜັບສະໜູນເປັນພິເສດຕໍ່ງານວາງສະແດງວິສາຫະກິດການຄ້າຂອງງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 5 ພ້ອມທັງໄດ້ປະກາດຈະແກ່ຍາວເວລາການສະເໜີຊື່ເຂົ້າຮ່ວມງານ.

ອີງຕາມແຈ້ງການຫຼ້າສຸດສະແດງໃຫ້ເຫັນວ່າ: ອົງການດັ່ງກ່າວຈະໃຫ້ເງິນອຸດໜູນການສ້າງຫ້ອງວາງສະແດງແກ່ວິສາຫະກິດຫຼືຄະນະທີ່ເຂົ້າຮ່ວມການວາງສະແດງຂອງງານວາງສະແດງວິສາຫະກິດການຄ້າຂອງງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 5 ໂດຍຕາມມາດຖານແມ່ນ 300 ຢວນຕໍ່ຕາແມັດ, ສູງສຸດບໍ່ໃຫ້ກາຍຄ່າໃຊ້ຈ່າຍຕົວຈິງດ້ານການຕັ້ງບ່ອນວາງສະແດງ.

ນອກນີ້, ເພື່ອຊ່ວຍວິສາຫະກິດສາມາດຊົມໃຊ້ໂອກາດຕະຫຼາດໃຫຍ່ຂອງຈີນຫຼາຍກວ່າເກົ່າ, ຈີນຈະແກ່ຍາວເວລາໝົດອາຍຸການສະເໜີຊື່ເຂົ້າຮ່ວມງານວາງສະແດງວິສາຫະກິດການຄ້າຂອງງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 5 ຈາກເດີມແມ່ນວັນທີ 30 ພຶດສະພາປີ 2022 ອອກໄປຈົນຮອດວັນທີ 31 ກໍລະກົດປີ 2022 ຈຶ່ງຈະສິ້ນສຸດ.