ຂຸ້ນຂ້ຽວເຮັດຮູບແມ່ພິມໄມ້ບຸນປີໃຫມ່ຕ້ອນຮັບບຸນປີໃໝ່ຈີນ
2023-01-20 15:51:14
ມາຈາກ:
ບຸນປີໃໝ່ຈີນໃກ້ຈະມາເຖິງ, ໂຮງງານທີ່ເຮັດຮູບແມ່ພິມໄມ້ບຸນປີໃຫມ່ທີ່ຕັ້ງຢູ່ຕາແສງທານໂທວແຂວງຫູນານກຳລັງຮີບຮ້ອນການຜະລິດເພື່ອສະໜອງຕະຫຼາດບຸນປີໃໝ່ຈີນ. ຮູບແມ່ພິມໄມ້ບຸນປີໃຫມ່ຂອງທານໂທວໄດ້ຮັບການກຳນົດເປັນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແຫ່ງຊາດຈີນຊຸດທໍາອິດໃນປີ 2006. ຮູບນີ້ມີສີສັນ,ຮູບຮ່າງໂວຫານແລະ ເຕັມປ່ຽມ, ຝີມືທີ່ເປັນເອກະລັກເຮັດໃຫ້ຮູບນີ້ສະແດງຜົນງານສິລະປະອອກມາຄືຮູບແກະສະຫຼັກ.
ແຫຼ່ງຂໍ້ມູນມາຈາກ ເວັບໄຊຊິນຮວາ