ຈີນ-ລາວຄອບຄົວດຽວກັນ ສະເຫຼີມສະຫຼອງບຸນປີໃໝ່ຈີນດ້ວຍຄວາມສຸກສະຫງົບ

2023-01-20 16:07:37
ມາຈາກ:

ວັນທີ 19 ມັງກອນ, "ງານລາຕີສະເຫຼີມສະຫຼອງບຸນກຸດຈີນ ຂອງຂະບວນລົດໄຟ"ຂອງເສັ້ນທາງລົດໄຟລາວ-ຈີນມີຫົວຂໍ້ວ່າ"ຈີນ-ລາວຄອບຄົວດຽວກັນ ບຸນປີໃໝ່ຈີນແຫ່ງຄວາມສຸກສະຫງົບ"ໄດ້ຈັດຂຶ້ນຢ່າງຄຶກຄື້ນຢູ່ໃນຂະບວນລົດໄຟຄວາມໄວສູງເລກທີຖ້ຽວລົດ C272 ແຕ່ຄຸນໝິງຫາສິບສອງພັນນາ.

ຢູ່ໃນຂະບວນລົດ, ລະບຳຊົນເຜົ່າໄທຫຼື້, ງີ້ວປັກກິ່ງ, ຟ້ອນຂອງປະເທດລາວ, ລະບຳຄູ່ໃນຊຸດເຄື່ອງນຸ່ງຊົນເຜົ່າຮ້ານ,ຮ້ອງເພງລວມໝູ່ “ຂ້ອຍກັບບ້ານເກີດຂອງຂ້ອຍ”, ສິລະປະປຸງແຕ່ງນ້ຳຊາ, ແລະ ການຂຽນກອນຄູ່ອວຍພອນບຸນປີໃໝ່ຕິດໜ້າປະຕູ, ສົ່ງຕົວໜັງສືອວຍພອນໃນສະຖານທີ່ຈັດງານປະກົດໂຕຂຶ້ນຢ່າງຕໍ່ເນື່ອງ.

ທ່ານນາງ ອູຢຸນຊິງ ຜູ້ໂດຍສານເວົ້າວ່າ,"ຂ້ອຍຕື່ນເຕັ້ນຫຼາຍ. ຂ້ອຍຄິດວ່າໂອກາດແບບນີ້ຫາຍາກຫຼາຍ, ພວກເຮົາສາມາດເບິ່ງການສະແດງໃນໄລຍະໃກ້, ມີສີສັນເປັນພິເສດ."

ນັບແຕ່ການຂົນສົ່ງໃນໄລຍະບຸນປີໃໝ່ຈີນເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງວ່ອງໄວ, ກຸ່ມຄຸນໝິງ ເສັ້ນທາງລົດໄຟຈີນ ອີງຕາມຄວາມຕ້ອງການຂອງຜູ້ໂດຍສານໄດ້ແລ່ນລົດໄຟ 28 ຄູ່ສະເລ່ຍຕໍ່ມື້, ສົ່ງຜູ້ໂດຍສານ 37.000 ເທື່ອຄົນຕໍ່ມື້; ຊ່ວງເວລາທີ່ມີການໂດຍສານສູງສຸດ ສາມາດແລ່ນລົດໄຟໄດ້ 35 ຄູ່, ສົ່ງຜູ້ໂດຍສານ 44.000 ເທື່ອຄົນໃນຕໍ່ມື້, ສາມາດຕອບສະຫນອງຄວາມຕ້ອງການຂອງຜູ້ໂດຍສານທີ່ເດີນທາງໄດ້ຢ່າງມີປະສິດທິຜົນ.

ແຫຼ່ງຂໍ້ມູນມາຈາກ ເວັບໄຊຊິນຮວາ,ໜັງສືພິມລາຍວັນແຂວງຢຸນນານ

ຈີນ-ລາວຄອບຄົວດຽວກັນ ສະເຫຼີມສະຫຼອງບຸນປີໃໝ່ຈີນດ້ວຍຄວາມສຸກສະຫງົບ