ຊີວິດທີ່ມີຄວາມສຸກຂອງປະຊາຊົນຕຸຫຼົງຈ່ຽງແຂວງຢຸນນານ ສປ ຈີນ

2023-03-07 20:14:52
ມາຈາກ:

ຕາແສງຕຸຫຼົງຈ່ຽງ(Dulongjiang) ເມືອງກົ້ງຊານ(Gongshan) ກິ່ງແຂວງປົກຄອງຕົນເອງເຜົ່າລີ້ຊູ້ ນູ້ຈ່ຽງ(Nujiang) ແຂວງຢຸນນານເຄີຍເປັນຕາແສງຫນຶ່ງທີ່ຫ່າງໄກສອກຫຼີກທີ່ສຸກ, ຖືກປິດລ້ອມທີ່ສຸດ ແລະ ທຸກຍາກທີ່ສຸດໃນປະເທດຈີນ. ໃນປີມໍ່ໆມານີ້, ຕາແສງຕຸຫຼົງຈ່ຽງມີການປ່ຽນແປງຢ່າງໃຫຍ່ຫຼວງ, ປະຊາຊົນຕຸຫຼົງຈ່ຽງ ບໍ່ພຽງຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ແຕ່ຍັງໄດ້ພັດທະນາຂະແໜງການອຸດສາຫະກໍາ, ຊີວິດຂອງປະຊາຊົນນັບມື້ນັບດີຂຶ້ນ.

ໃນເດືອນຕຸລາປີ 2012, ນັກຂ່າວຂອງໜັງສືພິມລາຍວັນຈີນ ໄດ້ເດີນທາງໄປຕາແສງຕຸຫຼົງຈ່ຽງເພື່ອດໍາເນີນການສໍາພາດ. ໄລຍະທາງຈາກເມືອງກົ້ງຊານໄປຫາ ຕາແສງຕຸຫຼົງຈ່ຽງ ມີເສັ້ນທາງເທິງພູຍາວ 79,6 ກິໂລແມັດນັ້ນ ມີໂຄ້ງ 794 ແຫ່ງ, ເວລາ 8 ໂມງເຊົ້າອອກເດີນທາງ ແລະ ຕອນຄໍ່າຈຶ່ງໄປຮອດຕາແສງຕຸຫຼົງຈ່ຽງ, ນັກຂ່າວຜູ້ນີ້ໄດ້ຖ່າຍຮູບຈໍານວນຫຼາຍ. ໃນເດືອນກຸມພາ 2023, ຫຼັງຈາກ 10 ປີຜ່ານໄປ, ນັກຂ່າວຂອງໜັງສືພິມລາຍວັນຈີນ ໄດ້ກັບຄືນສູ່ຕາແສງຕຸຫຼົງຈ່ຽງ, ແລະ ຂີ່ລົດຈາກເມືອງກົ້ງຊານໄປຫາຕາແສງຕຸຫຼົງຈ່ຽງ ໃຊ້ເວລາພຽງແຕ່ 2 ຊົ່ວໂມງເທົ່ານັ້ນ.

ຕາແສງຕຸຫຼົງຈ່ຽງໃນສູ່ມື້ນີ້, ມີຂົວຂ້າມແມ່ນໍ້າຫຼາຍແຫ່ງໄດ້ເຊື່ອມຕໍ່ສອງຝັ່ງຂອງແມ່ນໍ້າ. ທຸກຄອບຄົວໄດ້ຍ້າຍເຂົ້າມາຢູ່ເຮືອນຫຼັງໃຫມ່, ມີປະຊາກອນຖາວອນບໍ່ເກີນ 5.000 ຄົນ ແຕ່ມີລົດ 1.036 ຄັນ. ຕາແສງຕຸຫຼົງຈ່ຽງ ກໍໄດ້ຕ້ອນຮັບຍຸກສະໄໝດີຈີຕອນ, ເຊັ່ນ ການຄ້າເອເລັກໂຕຼນິກ, ການຂົນສົ່ງໄປສະນີດ່ວນ, ການໄລຟສົດຕ່າງໆ ໄດ້ຄ່ອຍໆຫຼອມລວມເຂົ້າກັບຊີວິດປະຈໍາວັນຂອງປະຊາຊົນໃນທ້ອງຖິ່ນ. ນັກຮຽນ ເຜົ່າຕຸຫຼົງ ຈາກອະນຸບານຮອດ ມັດທະຍົມປາຍ ຕະຫຼອດ14 ປີແມ່ນຮັບການສຶກສາຟຼີ.

ຊີວິດທີ່ມີຄວາມສຸກຂອງປະຊາຊົນຕຸຫຼົງຈ່ຽງແຂວງຢຸນນານ ສປ ຈີນ