ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ|ພູໜ່ວຍຫນຶ່ງສອງລຸ້ນຄົນ "ການປົກປັກຮັກສາສີຂຽວ" ທີ່ສືບທອດຫຼາຍກ່ວາ 40 ປີ

2023-03-15 19:12:30
ມາຈາກ:

ວັນທີ 12 ມີນາແມ່ນວັນປູກຕົ້ນໄມ້ຄັ້ງທີ 45 ຂອງຈີນ. ອີງຕາມຂໍ້ມູນຂ່າວສານ,ປັດຈຸບັນນີ້, ເນື້ອທີ່ປ່າໄມ້ຂອງປະເທດຈີນມີ 231 ລ້ານເຮັກຕາ, ອັດຕາປົກຄຸມຂອງປ່າໄມ້ແມ່ນ 24,02%, ເນື້ອທີ່ທົ່ງຫຍ້າມີ 265 ລ້ານເຮັກຕາ, ການປົກຄຸມຂອງພືດທີ່ລວມທັງທົ່ງຫຍ້າແມ່ນ 50,32%.


ທ່ານ ວັງຊີກຸຍ ອາຍຸ 65 ປີໃນປີນີ້, ລາວເປັນຜູ້ປົກປັກຮັກສາປ່າໄມ້ຈາກນິຄົມປ່າໄມ້ຫົວມູນຊານຕາແສງລູລຽງ ເມືອງຊຸຈີງ ແຂວງຢຸນນານ ປະເທດຈີນ, ຫໍຄອຍຢູ່ເທິງຍອດພູແມ່ນເຮືອນຂອງທ່ານ ວັງຊີກຸຍ ແລະພັນລະຍາຂອງລາວ. ນິຄົມປ່າໄມ້ຫົວມູນຊານຫ່າງຈາກຕາແສງລູລຽງຫຼາຍກວ່າ 30 ກິໂລແມັດ, ສູງຈາກນ້ຳທະເລກວ່າ 2300 ແມັດແລະເນື້ອທີ່ທັງຫມົດ 493 ເຮັກຕາ. ວຽກງານຂອງທ່ານ ວັງຊີກຸຍແລະພັນລະຍາຂອງລາວແມ່ນການຕິດຕາມກວດກາໄຟໃນນິຄົມປ່າໄມ້ນີ້ແລະປົກປັກຮັກສາປ່າໄມ້.


ປ່າໄມ້ທີ່ຂຽວອຸ່ມທຸ່ມນີ້ຍັງເປັນພູແຫ້ງແລ້ງທີ່ເປັນແບບທະເລເມັດຫີນໃນປີ 1980. ໃນເວລານັ້ນ, ເພື່ອດັດແປງພູແຫ້ງແລ້ງ, ຊາວກະສິກອນ 8 ຄົນໄດ້ນຳໜ້າໃນການປູກຕົ້ນໄມ້. ພາຍໃຕ້ການນຳພາຂອງເຂົາເຈົ້າ, ມີຄົນເຂົ້າຮ່ວມໃນການປູກຕົ້ນໄມ້ນັບມື້ນັບຫຼາຍຂຶ້ນ, ແລະ ເນື້ອທີ່ປ່າໄມ້ກໍ່ນັບມື້ນັບໃຫຍ່ຂຶ້ນ.

ທ່ານ ວັງຊີກຸຍ ຜູ້ຮັກສາປ່າໄມ້ໄດ້ຍຶດໝັ້ນຮັກສາຕຳແໜ່ງຢ່າງເດັດດ່ຽວຢູ່ທີ່ນີ້ເປັນເວລາ 24 ປີແລ້ວ. ໃນ 24 ປີທີ່ຜ່ານມາ, ບໍ່ເຄີຍເກີດໄຟໄໝ້ຢູ່ນິຄົມປ່າໄມ້ຫົວມູນຊານ,ອັນນີ້ແມ່ນສິ່ງທີ່ພາກພູມໃຈທີ່ສຸດຂອງທ່ານ ວັງຊີກຸຍ ແລະ ພັນລະຍາຂອງລາວ. ທ່ານ ວັງຊີກຸຍ ໄດ້ກ່າວວ່າ: “ຂ້າພະເຈົ້າພຽງແຕ່ຢາກປົກປັກຮັກສາສະຖານທີ່ແຫ່ງນີ້, ນີ້ແມ່ນຊັບສິນອັນລ້ຳຄ່າທີ່ຄົນລຸ້ນກ່ອນໄດ້ປະໄວ້ໃຫ້ພວກເຮົາ, ພວກເຮົາຕ້ອງປົກປັກຮັກສາສະຖານທີ່ແຫ່ງນີ້.”


ຂ່າວ:ສຳນັກຂ່າວຊີນຮວາ
ນັກຂ່າວ:ຈ່າງເວີນເຢົາ

ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ|ພູໜ່ວຍຫນຶ່ງສອງລຸ້ນຄົນ "ການປົກປັກຮັກສາສີຂຽວ" ທີ່ສືບທອດຫຼາຍກ່ວາ 40 ປີ