“VBA” ທີ່ມະຫັດສະຈັນແມ່ນຫຍັງ?
ສະໜາມກາງແຈ້ງ, ບໍ່ມີປີ້ເຂົ້າຊົມ, ນັກກິລາ ແລະ ຜູ້ຊົມລ້ວນແຕ່ເປັນຊາວນາໃນທ້ອງຖິ່ນ, ບັນຍາກາດໃນສະໜາມປຽບເໝືອນງານແຂ່ງຂັນກິລາບານບ້ວງແບບມືອາຊີບ....ບ້ານໄຖຜານເມືອງໄຖຈ່າງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຕົ້ງຊຽນຕົງໜານ ແຂວງກຸ້ຍໂຈວ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ, ປະຊາກອນຂອງບ້ານນີ້ມີພຽງແຕ່ 1.188 ຄົນ. ເນື່ອງຈາກມີງານແຂ່ງຂັນຫຼາຍໆງານທີ່ໜ້າຄຶກຄັກມ່ວນຊື່ນນັ້ນ ໄດ້ດຶງດູດຄວາມສົນໃຈຈາກຊາວເນັດທັງຫຼາຍ. ງານແຂ່ງຂັນໃນເຂດພູດອຍດັ່ງກ່າວນີ້ ໄດ້ຖືກຊາວເນັດຂະໜານນາມວ່າເປັນສະມາຄົມບານບ້ວງຊາວບ້ານ ຫຼື “VBA”(Village Basketball Association).
ໃນນາມທີ່ເປັນມໍລະດົກດ້ານວັດທະນະທໍາທີ່ບໍ່ເປັນວັດຖຸຂັ້ນແຂວງຂອງແຂວງກຸ້ຍໂຈວ, “ບຸນສືສິນ”ເປັນບຸນປະເພນີພື້ນເມືອງຂອງຊາວນາເຜົ່າມົ້ງທີ່ຢູ່ພາກຕາເວັນອອກສ່ຽງເໜືອກິ່ງແຂວງຊຽນຕົງໜານ, ເຊິ່ງຈັດຂຶ້ນຫຼັງຈາກແລ້ວລະດູເກັບກ່ຽວເປັນການສະເຫຼີມສະຫຼອງລ່ວງໜ້າຕໍ່ການເກັບກ່ຽວສະບຽງອາຫານທີ່ອຸດົມສົມບູນ. ໃນລະຫວ່າງວັນບຸນ, ຊາວບ້ານຈະມີການຈັດກິດຈະກໍາຕ່າງໆ,ໃນນັ້ນ“VBA”ແມ່ນລາຍການໜຶ່ງທີ່ມີຄວາມຄຶກຄື້ນຫຼາຍທີ່ສຸດ,“VBA”ກໍານົດວ່າຜູ້ຫຼິ້ນຕ້ອງເປັນຊາວບ້ານ.
ເພື່ອຂະຫຍາຍອິດທິພົນຂອງງານແຂ່ງຂັນແລະເສີມຂະຫຍາຍປະສົບການຂອງຄົນເບິ່ງງານແຂ່ງຂັນ, ບ້ານໄຖຜານເມືອງໄຖຈ່າງໄດ້ເປີດໂຄງການກໍ່ສ້າງແລະຂະຫຍາຍສະຫນາມກິລາ"VBA", ເພີ່ມສິ່ງຕິດຕັ້ງໃຫມ່ເຊັ່ນ: ຫ້ອງສໍາພາດແລະຮັບແຂກຂອງສື່ມວນຊົນ, ຫ້ອງພັກຜ່ອນແລະຮັບແຂກ, ຫ້ອງຖ່າຍເສື້ອແລະ ພັກຜ່ອນຂອງນັກກິລາ, ຫ້ອງນ້ຳສາທາລະນະ ແລະ ອື່ນໆ, ແລະ ມີສະຖານທີ່ຈອດລົດທີ່ເປີດກວ້າງ, ບ່ອນນັ່ງຜູ້ຊົມໄດ້ເພີ່ມຂຶ້ນຈາກ 10.000 ກວ່າຄົນເປັນ 20.000 ກວ່າຄົນ.
ຫຼັງຈາກໂຄງການກໍ່ສ້າງແລະຂະຫຍາຍສະຫນາມກິລາໄດ້ສໍາເລັດແລ້ວ, ສະໜາມງານແຂ່ງຂັນໄດ້ຢືນຢັນວ່າຈະບໍ່ໃຊ້ປີ້ແລະຖ່າຍທອດສົດໂດຍກົງໃນເວບໄຊໂດຍບໍ່ໄດ້ເສຍຄ່າ. ເຖິງວ່າງານແຂ່ງຂັນບໍ່ໄດ້ເກັບຄ່າທຳນຽມ, ແຕ່ກໍ່ເຮັດໃຫ້ມີການບໍລິໂພກເຊັ່ນຜະລິດຕະພັນກະເສດ, ການທ່ອງທ່ຽວ, ອາຫານພາຍໃນບ້ານເພີ່ມຂຶ້ນເປັນຫຼາຍເທົ່າ, ປະຊາຊົນໄດ້ກັບຄືນໄປບ້ານເກີດເມືອງນອນເພື່ອເລີ່ມທຸລະກິດ ແລະ ຫາວຽກເຮັດງານທຳຕື່ມອີກ. ໃນວັນທີ 25 ແລະ 26 ເດືອນມີນາປີນີ້, ການແຂ່ງຂັນຮອບສຸດທ້າຍ"VBA" ໄດ້ດຳເນີນຂຶ້ນຢ່າງມີສີສັນ. ໃບສັ່ງຈອງກ່ຽວກັບການທ່ອງທ່ຽວລວມຂອງກິ່ງແຂວງຊຽນຕົງໜານ ຖືກຂັບເຄື່ອນໂດຍການໃຊ້ຈ່າຍເພື່ອເບິ່ງບານບ້ວງ, ເພີ່ມຂຶ້ນ 143,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໄລຍະການແຂ່ງຂັນໃນປີ 2022, ບ້ານໄຖຜານໄດ້ຮັບນັກທ່ອງທ່ຽວ 400.000 ເທື່ອຄົນ, ແລະລາຍຮັບດ້ານການທ່ອງທ່ຽວຮອບດ້ານຈະບັນລຸ 21,54 ລ້ານຢວນ. ໃນປັດຈຸບັນ, ບ້ານນີ້ໄດ້ເປີດຮ້ານສຳຜັດປະສົບການແບບອອຟໄລນ໌ "VBA" ແຫ່ງທຳອິດໂດຍມີຊາວບ້ານລົງທຶນຮ່ວມກັນ. ໃນມື້ທຳອິດຂອງການແຂ່ງຂັນ, ບັນດາຜະລິດຕະພັນວັດທະນະທຳທີ່ປະດິດສ້າງພິເສດເຊັ່ນ: ຕຸກກະຕາ, ບານບ້ວງ, ເຄື່ອງແບບຂອງທີມໄດ້ຮັບການຈຳໜ່າຍກວ່າ 5.000 ຢວນ.
ຂ່າວ:ສໍານັກຂ່າວຊິນຮວາ