ຄະນະນາດຕະສິນເກີງມ້າ: ການແຜ່ຂະຫຍາຍຂອງວັດທະນະທໍາຊົນເຜົ່າ ການເຕັ້ນລໍາສະແດງຊີວິດການເປັນຢູ່ທີ່ມີສີສັນ

2023-04-07 20:50:21
ມາຈາກ:

ຫວ່າງມໍ່ໆມານີ້, ໄດ້ມີລາຍການ “ການແຂ່ງຂັນທ້າທ້າຍການເຕັ້ນລຳຊົນເຜົ່າໄທຫຼື້ໃນລະດູໃບໄມ້ປົ່ງ” ຢູ່ທາງອິນເຕີເນັດ, ເພງຊົນເຜົ່າໄທຫຼື້ “ນັນຊິມິ” ທີ່ເປັນດົນຕີປະກອບໄດ້ຮັບຄວາມນິຍົມໃນອິນເຕີເນັດ, ເຊິ່ງທີມງານປະດິດສ້າງດັ້ງເດີມຂອງເພງແມ່ນຄະນະນາດຕະສິນຊົນເຜົ່າ ເມືອງປົກຄອງຕົນເອງຊົນເຜົ່າວາຊົນເຜົ່າໄທຫຼື້ເກີງມ້າເມືອງລີນຊາງແຂວງຢຸນນານ.

ສິບກວ່າປີກ່ອນ, ຄະນະນາດຕະສິນຊົນເຜົ່າ ເມືອງເກີງມ້າ ມີນັກສະແດງພຽງແຕ່ 7 ຄົນ, ແລະ ບໍ່ມີຜົນງານໃໝ່ໃດຖືກຜະລິດອອກມາເປັນເວລາດົນນານແລ້ວ. ເພື່ອຍ່າງອອກຈາກຄວາມຫຍຸ້ງຍາກດ້ານການພັດທະນາ, ທ່ານ ວັງເຟງ ໄດ້ຮັບການຈ້າງເພື່ອເປັນຫົວໜ້າຄະນະນາດຕະສິນໃນປີ 2012, ທ່ານໄດ້ນຳພານັກສະແດງໄປລົງເລິກດ້ານພື້ນເມືອງເພື່ອລົງຮາກຖານສືບຮູ້ກ່ຽວກັບສະພາບແລະຮີດຄອງປະຊາຊົນ, ເຊິ່ງໄດ້ໄປຢາມນັກສິລະປິນອາວຸໂສ ແລະ ຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຕົ້າໂຮມດົນຕີແລະການເຕັ້ນລຳພື້ນເມືອງເຊັ່ນ ດົນຕີປະເພນີບູຮານ, ເຕັ້ນລຳນຸຊວງຊວນ, ເຕັ້ນລຳມ້າລູຊົນເຜົ່າໄທຫຼື້ແລະອື່ນໆ, ໃຊ້ດົນຕີແລະ ການເຕັ້ນລຳດັ່ງກ່າວມາປະດິດສ້າງເປັນສິລະປະໃໝ່ອັນດີງາມ. ຫຼັງຈາກຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ປະຈຸບັນນີ້,ທີມງານມີ 32 ຄົນ, ມີອາຍຸສະເລ່ຍບໍ່ເກີນ 20 ປີ, ແລະໄດ້ສ່ອງແສງໃນການສະແດງແລະການແຂ່ງຂັນຕ່າງໆໃນປະເທດຈີນ.

ຂ່າວ:ສຳນັກຂ່າວຊີນຮວາ ນັກຂ່າວ:ຫູຊາວ

ຄະນະນາດຕະສິນເກີງມ້າ: ການແຜ່ຂະຫຍາຍຂອງວັດທະນະທໍາຊົນເຜົ່າ ການເຕັ້ນລໍາສະແດງຊີວິດການເປັນຢູ່ທີ່ມີສີສັນ