ສັດຕະວະແພດຍິງຊົນນະບົດກາຍເປັນທີ່ນິຍົມໃນອິນເຕີເນັດ

2023-05-08 17:26:17
ມາຈາກ:

ນາງ ປາຍຮວາ ເປັນສັດຕະວະແພດຈາກເຂດຢວນໂຈວ ເມືອງກູ້ຢວນ ເຂດປົກຄອງຕົນເອງຊົນເຜົ່າຫຸຍນິງຊາທີ່ຕັ້ງຢູ່ພາກຕາເວັນຕົກສຽງເຫນືອຂອງຈີນ, ນາງດູແລປີ່ນປົວພະຍາດ ແລະ ໃຫ້ຄໍາປຶກສາກ່ຽວກັບງົວ ແລະ ແກະໃນທ້ອງຖິ່ນ, ນາງມີແຟນຄລັບ ຫຼື ຜູ້ຕິດຕາມຫຼາຍລ້ານຄົນທາງອິນເຕີເນັດ.

ນາງ ປາຍຮວາ ເຄີຍຮຽນການລ້ຽງສັດ ແລະ ສັດຕະວະແພດ ຢູ່ໂຮງຮຽນເຕັກນິກວິຊາຊີບເມືອງກູ້ຢວນ, ພາຍຫຼັງຮຽນຈົບ ນາງໄດ້ເຮັດວຽກເປັນໝໍລ້ຽງສັດ ແລະ ຍັງເຮັດວຽກຢູ່ຟາມລ້ຽງງົວໃຫຍ່.

ນາງ ປາຍຮວາ ມັກສີບົວ, ເສື້ອຄຸມສີບົວ, ຖົງມືສີບົວ, ລົດສີບົວ, ກ່ອງຢາສີບົວ, ແມ້ນແຕ່ຫູຟັງທີ່ໃຊ້ໃນການກວດພະຍາດກໍເປັນສີບົວ, ນາງມັກປາກົດຕົວໃນແຫຼ່ງຄອກງົວຄວາຍ ແລະ ຄອກແກະຂອງຊາວກະສິກອນດ້ວຍຮູບພາບເຫຼົ່ານີ້ສະເໝີ.

ໃນປີ 2022, ນາງໄດ້ເລີ່ມແບ່ງປັນຊີວິດປະຈໍາວັນທີ່ໄປກວດກາປີ່ນປົວພະຍາດຂອງນາງຢູ່ໃນອິນເຕີເນັດ, ແລະຄ່ອຍໆໄດ້ຮັບຄວາມສົນໃຈຈາກຊາວເນັດ. ໃນປັດຈຸບັນ ນາງ ປາຍຮວາມີຜູ້ຕິດຕາມ ຫຼາຍກວ່າ 3 ລ້ານຄົນໃນສື່ສັງຄົມອອນລາຍ. ຊາວກະສິກອນຫຼາຍຄົນໄດ້ຮູ້ຈັກກັບນາງ ປາຍຮວາ ຜ່ານເວທີວິດີໂອສັ້ນ, ແລະ ໄດ້ຕິດຕໍ່ນາງກວດກາປີ່ນປົວພະຍາດ ຫຼື ຜ່ານວິດີໂອຖາມກວດພະຍາດໃຫ້ງົວຂອງຕົນເອງ.

ການລ້ຽງງົວຄວາຍເປັນຂະແໜງອຸດສາຫະກໍາເສົາຄ້ຳໜຶ່ງທີ່ລົບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີແກ່ຊາວກະສິກອນຈາກເມືອງກູ້ຢວນ, ກູ້ຊີບງົວໄດ້ໜຶ່ງໂຕຈະຊ່ວຍຊາວກະສິກອນກອບກູ້ເອົາຄວາມເສຍຫາຍຄືນຢ່າງຫຼວງຫຼາຍ. ໝູ່ເພື່ອນເກືອບ 15,000 ຄົນໃນບັນຊີWeChat 3 ບັນຊີຂອງນາງ ປາຍຮວາ ເກືອບທັງໝົດແມ່ນຊາວກະສິກອນລ້ຽງສັດຈາກທົ່ວທຸກເຂດ. ສຽງໂທລະສັບດັງຂຶ້ນບໍ່ຢຸດຢ່ອນຕັ້ງແຕ່ເຊົ້າຮອດກາງຄືນ ແລະ ບາງເທື່ອນາງກໍ່ຕ້ອງໄປທໍາການປິ່ນປົວດ່ວນໃນຕອນກາງຄືນ.

ພາຍໃຕ້ອິດທິພົນຂອງນາງ ປາຍຮວາ, ສັດຕະວະແພດໄວໜຸ່ມຫຼາຍຄົນຍັງໄດ້ກັບຄືນສູ່ບ້ານເກີດຂອງເຂົາເຈົ້າ ແລະ ເຂົ້າຮ່ວມທີມງານຂອງນາງ. ຊາວຫນຸ່ມຫຼາຍຄົນໄດ້ຝາກຄຳເວົ້າດ້ວຍລາຍລັກອັກສອນໃຫ້ນາງໃນສື່ອອນລາຍ, ເວົ້າວ່າປາດຖະຫນາທີ່ຈະຮຽນວິຊາສັດຕະວະແພດ ເຊິ່ງເຮັດໃຫ້ນາງມີຄວາມສຸກຫຼາຍ. ເພື່ອປັບປຸງທັກສະການແພດຂອງຕົນຢ່າງບໍ່ຢຸດຢັ້ງ, ນາງ ປາຍຮວາ ໄດ້ໃຊ້ເງິນຫຼາຍສິບພັນຢວນຕໍ່ປີໄປຮຽນຢູ່ຕ່າງແຂວງ. ນາງຫວັງວ່າຈະເປີດໂຮງໝໍສັດໃນອະນາຄົດ, ຊື້ອຸປະກອນວິຊາຊີບ, ຮັບໃຊ້ຊາວກະສິກອນຊົນນະບົດຫຼາຍກວ່າເກົ່າ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ນັກຂ່າວ: ເຝິງຄາຍຮວາ

ສັດຕະວະແພດຍິງຊົນນະບົດກາຍເປັນທີ່ນິຍົມໃນອິນເຕີເນັດ