“ອຸດສາຫະກໍາແຫ່ງສວຍງາມ” ທີ່ສ້າງລາຍຮັບເພີ່ມໃຫ້ແກ່ຊາວສວນ
2023-05-12 17:26:27
ມາຈາກ:
ຫວ່າງມໍ່ໆມານີ້, ພາຍໃນຖານການຜະລິດແນວພັນດອກໄມ້ຂອງບ້ານເລີຊິວ ຕາແສງເລີຊິວກິ່ງແຂວງປົກຄອງຕົນເອງເຜົ່າຢີ ນານຈ້ຽນແຂວງຢຸນນານ, ພວກຊາວສວນກໍາລັງຂຸ້ນຂ້ຽວເກັບກ່ຽວແນວພັນດອກໄມ້, ດອກໄມ້ຊະນິດຕ່າງໆແຂ່ງກັນເບັ່ງບານ, ງາມປານຮູບແຕ້ມ. ໃນຊຸມປີທີ່ຜ່ານມາ, ຕາແສງເລີຊິວໄດ້ຊີ້ນໍາຊາວສວນປູກດອກເບັນຈະມາດສີຄໍາ, ດອກເບັນຈະມາດຕັງໂອ ແລະ ແນວພັນດອກໄມ້ຊະນິດອື່ນໆ, ໄດ້ສ້າງຈຸດສາທິດການຊົມທະເລດອກໄມ້ ແລະ ການບໍາລຸງແນວພັນດອກໄມ້,ໄດ້ສົ່ງເສີມການເຊື່ອມໂຍງເຂົ້າກັນລະຫວ່າງຊົນນະບົດ ແລະ ການທ່ອງທ່ຽວ, ຊຶ່ງການເພາະປູກແນວພັນດອກໄມ້ໄດ້ກາຍເປັນ “ອຸດສາຫະກໍາແຫ່ງສວຍງາມ” ທີ່ສ້າງລາຍຮັບເພີ່ມໃຫ້ແກ່ຊາວສວນ.
(ຂ່າວ: ໜັງສືພິມລາຍວັນຢຸນນານ)