ຈີນທີ່ສວຍງາມ,ທ່ຽວຢ່າງມີຄວາມສຸກ| ນົກຖົງ ຂຸ້ນຂ້ຽວເຮັດຮັງ
2023-05-18 19:51:48
ມາຈາກ:
ໃນມໍ່ໆມານີ້, ຢູ່ເມືອງຊາງໜິງ ນະຄອນປາວຊານ ແຂວງຢຸນນານປະເທດຈີນ ຈະເຫັນນົກໜ້າເອິກເຫຼືອງ ກຳລັງຂຸ້ນຂ້ຽວສ້າງຮັງຂອງຕົນຢູ່ທົ່ວທຸກບ່ອນ, ຍ້ອນວ່າ ຮັງຂອງມັນຄ້າຍຄືກັບ ຖົງເສື້ອຕັ້ງຂວໍ້າ, ຄົນໃນທ້ອງຖິ່ນຈຶ່ງເອີ້ນມັນວ່າ “ນົກຖົງ”. ການສ້າງຮັງຂອງນົກໜ້າເອິກເຫຼືອງ ຈະແມ່ນນົກໂຕຜູ້ເປັນຜູ້ຮັບຜິດຊອບສ້າງ, ນົກໂຕຜູ້ ຈະຄາບໄມ້ກົກຈາກແຄມຫ້ວຍມາສ້າງຮັງທີ່ສວຍງາມຂອງພວກມັນ, ເພື່ອດຶງດູດນົກໂຕແມ່ມາຫາ, ນົກໜ້າເອິກເຫຼືອງ ດ່ັງກ່າວ ຖືກຂະໜານນາມວ່າ ເປັນ ຜູ້ສ້າງຮັງທີ່ງາມທີ່ສຸດໃນໂລກສັດ.
ຂ່າວ: ສໍານັກຂ່າວຊິນຮວາ