"ສໍາຜັດປາຍລີ້ນ" ລະຫວ່າງອາຫານຈີນ ແລະ ຕ່າງປະເທດ

2023-05-19 17:26:25
ມາຈາກ:

ວັນທີ 15 ພຶດສະພານີ້, ກິດຈະກຳ "ສໍາຜັດປາຍລີ້ນ—ອາຫານເອີລົບກາງ ແລະ ຕາເວັນອອກ ກັບ ‘ອາຫານເຈີ້ຈ່ຽງ·ເມືອງຮ້ອຍພັນຖ້ວຍ’" ໄດ້ໄຂຂຶ້ນຢູ່ເມືອງນິງປໍ ແຂວງເຈີ້ຈ່ຽງ ເປັນເວລາ 4 ວັນ. ເຊິ່ງນີ້ເປັນກິດຈະກຳການແລກປ່ຽນວັດທະນະທຳນາໆຊາດລະຫວ່າງບຸກຄົນໃນງານວາງສະແດງສິນຄ້າປະເທດເອີລົບກາງ ແລະ ຕາເວັນອອກ-ຈີນ ແລະ ງານວາງສະແດງສິນຄ້າອຸປະໂພກບໍລິໂພກສາກົນຄັ້ງທີ 3. ແຕ່ວັນທີ 16 ຫາວັນທີ 20 ພຶດສະພານີ້, ງານວາງສະແດງສິນຄ້າປະເທດເອີລົບກາງ ແລະ ຕາເວັນອອກ-ຈີນ ແລະ ງານວາງສະແດງສິນຄ້າບໍລິໂພກສາກົນຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນນິງປໍ ແຂວງເຈີ້ຈ່ຽງ.

ປະຊາຊົນ ແລະ ນັກທ່ອງທ່ຽວກຳລັງຊິມລົດຊາດອາຫານທີ່ແຊບຊ້ອຍຢູ່ໃນນະຄອນນິງປໍ.

ພໍ່ຄົວໄດ້ສະແດງຊຸດອາຫານສະເຕັກງົວຢູ່ໃນສະຖານທີ່.

ນັກທ່ອງທ່ຽວໄດ້ຊິມລົດຊາດໄອສະກຣີມຕວກກີຢູ່ໃນສະຖານທີ່.

ພໍ່ຄົວກະກຽມອາຫານແຊບໆຂອງໂຣມາເນຍ(ຣູມານີ)ໃຫ້ນັກທ່ອງທ່ຽວຢູ່ໃນສະຖານທີ່.

ແຫຼ່ງຂ່າວ: ສຳນັກຂ່າວຊິນຮວາ

ນັກຂ່າວ: ຮວາງຈົງຈື້

"ສໍາຜັດປາຍລີ້ນ" ລະຫວ່າງອາຫານຈີນ ແລະ ຕ່າງປະເທດ