ແຂວງຊີຈ້າງ: ງົວຂົນດົກໄດ້ກາຍເປັນຄູ່ຮ່ວມງານທີ່ສໍາຄັນຂອງຜູ້ຄົນໃນການສຳຫຼວດວິທະຍາສາດ ແລະ ຜະຈົນໄພເທິງຈອມພູໂຈມູລຸງມາ

2023-05-29 17:57:18
ມາຈາກ:

ສະພາບແວດລ້ອມທາງທໍາມະຊາດທີ່ພິເສດຂອງເຂດພູເຂົາໂຈມູລຸງມາ ເຮັດໃຫ້ການຂົນສົ່ງດ້ວຍງົວຂົນດົກເປັນວິທີການຂົນສົ່ງວັດສະດຸທີ່ສໍາຄັນທີ່ສຸດໃນກິດຈະກໍາຕ່າງໆເຊັ່ນ: ການຂຶ້ນພູ, ການສຳຫຼວດວິທະຍາສາດ ແລະ ຜະຈົນໄພເທິງຈອມພູໂຈມູລຸງມາ. ເມືອງຈາຊີຈົງ ແຂວງຊີຈ້າງ: ສປ ຈີນ ແມ່ນເມືອງທີ່ຢູ່ໃກ້ທີ່ສຸດກັບຈອມພູໂຈມູລຸງມາໃນປະເທດຈີນ. ຄົນງານງົວຂົນດົກທີ່ເກີດຂຶ້ນຕາມເວລາທີ່ຕ້ອງການໄດ້ກາຍເປັນວຽກປະຈຳສໍາລັບແຮງງານໄວກາງຄົນທີ່ເມືອງຈາຊີຈົງຢູ່ໃນຊ່ວງລະດູການປີນພູປະຈໍາປີ.

ຂັ້ນຕອນການເຮັດວຽກຂອງທີມງານຂົນສົ່ງແມ່ນຄົງທີ່, ເຊິ່ງຄົນງານຈະໄລ່ຕ້ອນງົວຂົນດົກໄປຮອດຖານທີ່ໝັ້ນເທິງຈອມພູໂຈມູລຸງມາໃນລະດັບຄວາມສູງ 5,200 ແມັດກ່ອນ, ໂດຍຂົນບັ້ງອົກຊີແຊນ, ຕູບເຕັ້ນ ແລະ ວັດສະດຸອື່ນໆໃສ່ເທິງຫຼັງງົວຂົນດົກ, ເພື່ອປະກອບເປັນທີມງານຂົນສົ່ງງົວຂົນດົກ, ຫຼັງຈາກນັ້ນຈິ່ງອອກເດີນທາງໄປທີ່ຖານທີ່ໝັ້ນຈອມພູໂຈມູລຸງມາໃນລະດັບຄວາມສູງ 6,500 ແມັດ.

ການຂົນສົ່ງງົວຂົນດົກຍັງໄດ້ກາຍເປັນຊ່ອງທາງສຳຄັນເພື່ອໃຫ້ປະຊາຊົນທ້ອງຖິ່ນເພີ່ມລາຍຮັບ ແລະ ມີຢູ່ມີກິນຂຶ້ນ. ເຊິ່ງໃຊ້ເວລາ 9 ມື້ໃນການເດີນທາງໄປ ແລະ ກັບຄືນ, ຄົນງານງົວຂົນດົກສາມາດໄດ້ຮັບຄ່າຈ້າງຫຼາຍກ່ວາ 4,000 ຢວນ, ແລະ ລາຍຮັບຂອງລະດູການປີນພູທັງຫມົດສາມາດສູງເຖິງ 10,000 ຫາ 20,000 ຢວນ.

ປັດຈຸບັນນີ້, ນອກຈາກການຂົນສົ່ງວັດສະດຸແລ້ວ, ຄົນງານງົວຂົນດົກ ແລະ ທີມງານຂົນສົ່ງງົວຂົນດົກ ຍັງຮັບຜິດຊອບໃນການເກັບຂີ້ເຫຍື້ອຕາມທາງ ແລະ ການຂົນສົ່ງຂີ້ເຫຍື້ອລົງພູອີກດ້ວຍ.

ແຫຼ່ງຂ່າວ: ເວບໄຊຊີນຮວາ
ນັກຂ່າວ: ຊຸນເຟິຍ

ແຂວງຊີຈ້າງ: ງົວຂົນດົກໄດ້ກາຍເປັນຄູ່ຮ່ວມງານທີ່ສໍາຄັນຂອງຜູ້ຄົນໃນການສຳຫຼວດວິທະຍາສາດ ແລະ ຜະຈົນໄພເທິງຈອມພູໂຈມູລຸງມາ