ເຂດຈິ້ນນີງແຂວງຢຸນນານ:ດອກຍອຍເບັ່ງບານ ອຸດສາຫະກໍາດອກໄມ້ສ້າງສາ“ເສດຖະກິດທີ່ສວຍງາມ”

2023-05-29 18:04:15
ມາຈາກ:

ຫວ່າງມໍ່ໆມານີ້, ດອກຍອຍຢູ່ເຂດຈິ້ນນີງ ເມືອງຄຸນໝິງ ແຂວງຢຸນນານແຂ່ງກັນເບັ່ງບານ. ຢູ່ສວນເພາະປູກດອກໄມ້, ຊາວສວນດອກໄມ້ຫຍຸ້ງກັບການເກັບ ແລະ ຂົນສົ່ງດອກໄມ້, ຄົນງານກຳລັງແບ່ງຊັ້ນ, ຫໍ່ຫຸ້ມ, ມ້ຽນເຂົ້າສາງ ແລະ ເກັບມ້ຽນເຢັນທີ່ມີລະບຽບການໃນໂຮງງານໄຈ້ ແລະ ຫໍ່ຫຸ້ມ. ດອກຍອຍສົດມີລ້ານກວ່າດອກອອກຈາກທີ່ນີ້ໄປຮອດຄົວເຮືອນຫຼາກຫຼາຍໃນແຕ່ລະມື້.

ປັດຈຸບັນນີ້, ດອກໄມ້ໄດ້ກາຍເປັນອຸດສາຫະກຳຊັ້ນນໍາທີ່ສໍາຄັນທີ່ສຸດດ້ວຍຂໍ້ໄດ້ປຽບ ແລະ ຄຸນລັກສະນະທາງກະສິກໍາໃນເຂດຈິ້ນນິງ ແລະ ເປັນເສົາຄ້ຳເສດຖະກິດຕົ້ນຕໍໃຫ້ຊາວກະສິກອນເພີ່ມລາຍຮັບ ແລະ ຮັ່ງມີ. ຮອດທ້າຍປີ 2022, ເນື້ອທີ່ປູກດອກໄມ້ໃນພາກພື້ນຈະບັນລຸ 4.066 ເຮັກຕາ, ປະລີມານຜະລິດຕະພັນຂອງດອກໄມ້ສົດມີ 5,566 ຕື້ ດອກ, ຍອດມູນຄ່າຜະລິດຕະພັນກະສິກຳດອກໄມ້ 3,4 ຕື້ຢວນ, ມີຊາວກະສິກອນຫຼາຍກວ່າ 55.000 ຄົນ ປະກອບອາຊີບໃນອຸດສາຫະກຳດອກໄມ້.

ແຫຼ່ງຂ່າວ: ເວບໄຊຊີນຮວາ

ນັກຂ່າວ: ຄັງຈິ້ງ ຊູຍຮວາລີນ ເສິນຊຽວຢາງ

ເຂດຈິ້ນນີງແຂວງຢຸນນານ:ດອກຍອຍເບັ່ງບານ ອຸດສາຫະກໍາດອກໄມ້ສ້າງສາ“ເສດຖະກິດທີ່ສວຍງາມ”