ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໃນໄວໆນີ້

2023-05-29 18:06:40
ມາຈາກ:CRI

ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໃນເວລາ 9 ໂມງ 31 ນາທີຂອງວັນທີ 30 ພຶດສະພານີ້.

ຫຼັງຈາກການຄົ້ນຄວ້າ ແລະຕົກລົງຂອງກອງບັນຊາການໃຫຍ່ການບິນອະວະກາດໃນຂັ້ນຕອນການນຳໃຊ້ ແລະການພັດທະນາສະຖານີອະວະກາດ, ນັກບິນຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ຈະປະກອບດ້ວຍທ່ານຈິງໄຫເພີງ, ທ່ານຈູ່ຢັງຈູ້ ແລະທ່ານກຸ້ຍໄຫຊາວ.

ການຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ແມ່ນໜ້າທີ່ການບິນເທື່ອທີ 2 ຂອງໂຄງການການບິນອະວະກາດບັນທຸກຄົນຂອງຈີນໃນປີ 2023 ແລະແມ່ນໜ້າທີ່ການບິນອະວະກາດບັນທຸກຄົນເທື່ອທຳອິດໃນຂັ້ນຕອນການນຳໃຊ້ ແລະການພັດທະນາສະຖານີອະວະກາດ.


 

ຈີນຈະຍິງສົ່ງຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ໃນໄວໆນີ້