ງານບຸນສ້າງຂົວຂອງຊົນເຜົ່າລາຮູ້

2023-05-30 10:02:03
ມາຈາກ:

ມີຂົວຫຼາຍແຫ່ງໃນແຂວງຢຸນນານປະເທດຈີນ, ແນວໃດກໍ່ຕາມ, ມີພຽງຂົວໄມ້ໃນຕາແສງຊົນເຜົ່າລາຮູ້ນານເມິຍເມືອງລິນຊາງແຂວງຢຸນນານທີ່ສ້າງຂຶ້ນໃໝ່ທຸກໆປີ. ດ້ວຍເຫດນັ້ນຈິ່ງເປັນຜົນໃຫ້ ມີງານບຸນທີ່ເປັນເອກະລັກສະເພາະຂອງແຂວງຢຸນນານ ແລະ ໃນທົ່ວປະເທດຈີນ--ງານບຸນສ້າງຂົວຂອງຊົນເຜົ່າລາຮູ້. ມັນຍັງໄດ້ຖືກລວມເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸລະດັບແຂວງຊຸດທີ 4 ຂອງແຂວງຢຸນນານ.

ວັນມັງກອນທຳອິດໃນເດືອນເມສາຂອງປະຕິທິນຈັນທະຄະຕິແມ່ນງານບຸນສ້າງຂົວຂອງຊົນເຜົ່າລາຮູ້. ງານບຸນນີ້ສະແດງຄວາມປາດຖະໜາອ້ອນວອນຂໍໂຊກລາບບຸນວາດສະໜາ ແລະ ເພີ່ມຄວາມສຸກ, ເປັນບຸນຍິ່ງໃຫຍ່ທີ່ສຸດຂອງຊົນເຜົ່າລາຮູ້ຢູ່ເມືອງນານເມິຍ, ເຊິ່ງມີຄວາມສຳຄັນພໍໆກັບງານບຸນກຸດຈີນ ແລະ ບຸນສົງການຂອງລາວ.

ງານບຸນສ້າງຂົວຂອງຊົນເຜົ່າລາຮູ້ມີຄວາມໝາຍອັນສຳຄັນສຳລັບຊົນເຜົ່າລາຮູ້, ເຂົາເຈົ້າເຊື່ອໝັ້ນວ່າ, ການສ້າງຂົວບໍ່ພຽງແຕ່ໃຫ້ຄວາມສະດວກໃນການເດີນທາງເທົ່ານັ້ນ ແຕ່ຍັງເປັນພອນປົກປ້ອງການເກັບກ່ຽວໄດ້ຜົນອຸດົມສົມບູນຂອງການປູກພືດ ແລະ ການລ້ຽງສັດ.

ເມື່ອຮອດງານບຸນສ້າງຂົວຂອງຊົນເຜົ່າລາຮູ້ໃນແຕ່ລະປີ, ໝົດທຸກຄົນທັງ ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ລ້ວນແຕ່ພາກັນອອກແຮງຮ່ວມກັນຕັດຕົ້ນໄມ້, ສ້າງຂົວ, ເຊັ່ນໄຫວ້ອ້ອນວອນ ແລະ ພາວະນາຂໍໃຫ້ຄອບຄົວມີຄວາມຜາສຸກ, ຄວາມສະຫງົບປອດໄພຢູ່ເຢັນເປັນສຸກໃນທຸກລະດູການ. ໃນວັນບຸນສ້າງຂົວ, ບັນດາຄອບຄົວຊົນເຜົ່າລາຮູ້ຢູ່ຕາແສງນານເມິຍຈະຢຸດການຜະລິດ ແລະ ອອກແຮງງານ, ພ້ອມກັນເຄື່ອນຍ້າຍໄມ້ໄປຮອດແຄມແມ່ນ້ຳກໍ່ສ້າງຂົວດ້ວຍມື. ປະຊາຊົນໄດ້ຍ່າງຂ້າມຂົວທີ່ສ້າງຂຶ້ນເທື່ອລະກ້າວ, ມັດສາຍອວຍພອນໃສ່ມືຂອງເຂົາເຈົ້າ ແລະ ໃຊ້ດີ້ວຫວາຍທີ່ເຄື່ອນຍ້າຍຂົວແຍກເປັນເຊືອກນ້ອຍແລ້ວມັດໃສ່ຫີນຢູ່ແຄມແມ່ນ້ຳເພື່ອເອົາໄປເຮືອນ, ໝາຍຄວາມວ່າຟ້າຝົນອຳນວຍ ແລະ ເກັບກູ້ເຂົ້າທັງຫ້າໄດ້ຜົນອຸດົມສົມບູນໃນປີໜ້າ.

ແຫຼ່ງຂ່າວ: ເວບໄຊແຂວງຢຸນນານ






 

ງານບຸນສ້າງຂົວຂອງຊົນເຜົ່າລາຮູ້