ການສະແດງເຕັ້ນລໍາຊົນເຜົ່າຂະໜາດໃຫຍ່ຂອງແຂວງກຸ້ຍໂຈ່ວ ທີ່ມີຊື່ວ່າ: ສາຍລົມກຸ້ຍໂຈ່ວທີ່ຫຼາກຫຼາຍສີສັນ ໄດ້ຈັດການສະແດງ 5000 ຄັ້ງຢ່າງສໍາເລັດຜົນ
2023-06-07 15:34:54
ມາຈາກ:
ສາຍລົມກຸ້ຍໂຈ່ວທີ່ຫຼາກຫຼາຍສີສັນ ແມ່ນເປັນລາຍການເຕັ້ນລໍາຊົນເຜົ່າຂະໜາດໃຫຍ່ ທີ່ປະດິດຂຶ້ນຢ່າງພິຖີພິຖັນໂດຍຫຼອມລວມວັດທະນະທໍາ ແລະ ການທ່ອງທ່ຽວຢ່າງເລິກເຊິ່ງ ທີ່ແຂວງກຸ້ຍໂຈ່ວປະເທດຈີນ, ເລີ່ມມີການສະແດງຕັ້ງແຕ່ປີ 2006. ໂດຍພາຍໃຕ້ການພັດທະນາເປັນເວລາ 17 ປີ, ສາຍລົມກຸ້ຍໂຈ່ວທີ່ຫຼາກຫຼາຍສີສັນ ໄດ້ໄປສະແດງຢູ່ 40 ປະເທດ ແລະ ເຂດແຄວ້ນ ຊຶ່ງມີຜູ້ຊົມເຖິງ 10 ລ້ານກວ່າຄົນ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ