ລົດເມໄຟຟ້າຂອງຈີນຊ່ວຍປະເທດເຄັນຢາຫຼຸດຜ່ອນການປ່ອຍອາຍກາກໂບນິກ(CO2)

2023-06-08 17:16:32
ມາຈາກ:

ວັນທີ 5 ມິຖຸນາ ແມ່ນວັນສິ່ງແວດລ້ອມໂລກ. ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມທາງນິເວດວິທະຍາ, ປະເທດເຄັນຢາມີຄວາມພະຍາຍາມໃນການສົ່ງເສີມການໃຊ້ລົດເມໄຟຟ້າ ແລະ ໄດ້ແຈ້ງອອກບັນດານະໂຍບາຍທີ່ກ່ຽວຂ້ອງເພື່ອຊຸກຍູ້ການຫຼຸດຜ່ອນການປ່ອຍອາຍກາກໂບນິກ. ໂດຍຜ່ານການຜະລິດຮ່ວມກັນກັບບໍລິສັດລົດຍົນ BYD ຂອງຈີນ, ປັດຈຸບັນນີ້ມີ 17 ຄັນລົດເມໄຟຟ້າທີ່ດຳເນີນການຢູ່. ປະລິມານການປ່ອຍອາຍກາກໂບນິກຕໍ່ປີຂອງລົດເມໄຟຟ້າມີພຽງແຕ່ປະມານ 3 ໂຕນເທົ່ານັ້ນ, ເຊິ່ງຕ່ຳກວ່າເມື່ອປຽບທຽບກັບການປ່ອຍອາຍກາກໂບນິກຕໍ່ປີຂອງລົດເມກາຊວນເກືອບ 60 ໂຕນ. ນອກຈາກນັ້ນ, ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ບໍລິສັດລົດຍົນຈຳນວນຫຼາຍຂອງຈີນໄດ້ເຂົ້າສູ່ຕະຫຼາດປະເທດເຄັນຢາ, ຊຸກຍູ້ການຫັນປ່ຽນຮູບແບບການຂົນສົ່ງທ້ອງຖິ່ນຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນຄວາມກົດດັນໃນການເດີນທາງທີ່ເກີດຈາກຕົ້ນທຶນຄ່ານ້ຳມັນທີ່ສູງ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ນັກຂ່າວ: ວາງກວານເຊີນ

ລົດເມໄຟຟ້າຂອງຈີນຊ່ວຍປະເທດເຄັນຢາຫຼຸດຜ່ອນການປ່ອຍອາຍກາກໂບນິກ(CO2)