ອີກ 100 ວັນຈະເປີດງານກິລາເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ

2023-06-15 17:41:08
ມາຈາກ:CRI

ວັນທີ 15 ມິຖຸນານີ້ ຄືວັນນັບຖອຍຫຼັງເຫຼືອອີກ 100 ວັນຈະຮອດວັນເປີດງານກິລາເອຊຽນເກມຄັ້ງທີ 19 ເຊິ່ງຈະຈັດຂຶ້ນຢູ່ນະຄອນຫາງໂຈ່ວ ສປ ຈີນໃນວັນທີ 23 ກັນຍາປີນີ້.

ເວລາ 8:35 ໂມງຂອງວັນດັ່ງກ່າວ, ພິທີເອົາໄຟສັກສິດງານກິລາເອຊຽນເກມ ໄດ້ຈັດຂຶ້ນຢູ່ບູຮານສະຖານເມືອງເກົ່າຫຼຽງຈູ໋. ນອກນີ້, ກິດຈະກຳຫົວຂໍ້ວັນນັບຖອຍຫຼັງຈັດງານກິລາເອຊຽນເກມຄັ້ງທີ 19 ເຫຼືອອີກ 100 ວັນໄດ້ຈັດຂຶ້ນຢູ່ສູນເກມເອເລັກໂຕຣນິກຫາງໂຈ່ວຈີນ ໂດຍຈະເປີດເຜີຍຫຼຽນລາງວັນງານກິລາເອຊຽນເກມຫາງໂຈ່ວ, ເຜີຍແຜ່ເພງປະຈຳເອຊຽນເກມ ເພື່ອສະແດງໃຫ້ເຫັນເຖິງຄວາມຫ້າວຫັນຂອງທົ່ວສັງຄົມໃນການເຂົ້າຮ່ວມວຽກງານກະກຽມຈັດງານກິລາເອຊຽນເກມ.

ແຫຼ່ງຂ່າວຈາກພິທີຖະແຫຼງຂ່າວສະພາບກະກຽມຈັດງານກິລາເອຊຽນເກມ ແລະ ເອຊຽນເກມຄົນພິການຫາງໂຈ່ວຂອງຫ້ອງການຖະແຫຼງຂ່າວລັດຖະບານຈີນໃຫ້ຮູ້ວ່າ: ປັດຈຸບັນ, ວຽກງານກະກຽມທຸກປະການໄດ້ເຂົ້າສູ່ໄລຍະສຸດທ້າຍຢ່າງຮອບດ້ານ ເຊິ່ງໄດ້ດຳເນີນໄປຢ່າງເປັນລະບຽບໂດຍລວມ, ຄາດວ່າຮອດເດືອນກໍລະກົດ ຈະສຳເລັດການແຂ່ງຂັນທົດສອບທັງໝົດ, ຮອດເດືອນສິງຫາຈະສຳເລັດການເຝິກຊ້ອມລວມ ແລະ ຈະສຳເລັດວຽກງານທີ່ກ່ຽວຂ້ອງທຸກປະການໃນເດືອນກັນຍາປີນີ້.

ອີກ 100 ວັນຈະເປີດງານກິລາເອຊຽນເກມຄັ້ງທີ 19 ທີ່ນະຄອນຫາງໂຈ່ວ