ຂ່າວສານຢຸນນານ·ຈີນ| ນະຄອນຈູຈື້: ຖົງຕີນນ້ອຍໆ ໄດ້ສ້າງຕະຫຼາດໃຫຍ່
ນະຄອນຈູຈື້ (Zhuji) ຕັ້ງຢູ່ທາງພາກເໜືອຂອງແຂວງເຈີ້ຈ່ຽງ (Zhejiang), ມີຊື່ສຽງຍ້ອນການຜະລິດຖົງຕີນ, ຖືກເອີ້ນວ່າເປັນ ເມືອງຖົງຕີນສາກົນ. ຢູ່ຖະໜົນຕ້າຖັງ (Datang) ນະຄອນຈູຈື້ ມີຕ່ອງໂສ້ການຜະລິດຖົງຕີນທີ່ຄົບຖ້ວນທີ່ສຸດຂອງໂລກ, ປະລິມານການຜະລິດຖົງຕີນກວມເອົາ 35% ຂອງໂລກ ແລະ 70% ຂອງຈີນ.
ປັດຈຸບັນ, ຢູ່ຖະໜົນຕ້າຖັງມີວິສາຫະກິດຕ່າງໆທັງໝົດ 10.000 ກວ່າແຫ່ງ, ໄດ້ກວມເອົາທຸກຂັ້ນຕອນໃນຕ່ອງໂສ້ການຜະລິດຖົງຕີນ ເຊັ່ນ: ການອອກແບບ, ວັດຖຸດິບ, ການປັ່ນທໍ, ການຫຸ້ມຫໍ່, ການຂົນສົ່ງ ແລະ ອື່ນໆ, ຍອດມູນຄ່າການຜະລິດດ້ານອຸດສາຫະກໍາຂອງຖະໜົນຕ້າຖັງໃນປີ 2022 ບັນລຸເຖິງ 21,01 ຕື້ຢວນຈີນ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສາມາດຍາດໄດ້ຜົນງານແບບນີ້, ແມ່ນຕັດແຍກອອກຈາກ ການຫັນເປັນການຜະລິດແບບອັດສະລິຍະ ແລະ ການສະແຫວງຫາການປະດິດສ້າງໃໝ່ຂອງວິສາຫະກິດບໍ່ໄດ້. ບໍລິສັດເຄື່ອງຈັກຢີຜົງ ຈູຈື້ ເຈີ້ຈ່ຽງ ຫຸ້ນສ່ວນຈໍາກັດ ເປັນບໍລິສັດທີ່ມີການພັດທະນາຢ່າງໄວວາໃນ ດ້ານການຜະລິດເຄື່ອງຈັກຖົງຕີນແບບອັດສະລິຍະໃນນະຄອນຈູຈື້, ຊິ້ນສ່ວນແກນກາງມີ 80% ແມ່ນບໍລິສັດເປັນຜູ້ຄົ້ນຄວ້າ ແລະ ຜະລິດອອກມາ. ຕາມທ່ານ ໂຈ່ວມົ້ງຢົງ ປະທານຂອງບໍລິສັດດັ່ງກ່າວ ແນະນໍາໃຫ້ຮູ້ວ່າ, ເຄື່ອງຈັກຜະລິດຖົງຕີນແບບອັດສະລິຍະລຸ້ນທີສາມ ທີ່ລວມສູນການປັ່ນທໍ, ການຫຍິບ, ແລະ ການປີ້ນຖົງຕີນ ຂອງບໍລິສັດຜະລິດອອກມານັ້ນ ຍັງບໍ່ທັນປ້ອນເຂົ້າຕະຫຼາດ ກໍໄດ້ຮັບໃບສັ່ງຊື້ 300 ກວ່າເຄື່ອງແລ້ວ. ປັດຈຸບັນ, ບໍລິສັດດັ່ງກ່າວໄດ້ເອົາໃຈໃສ່ຕະຫຼາດພາຍໃນປະເທດຈີນທີ່ສຸດ, ປີກາຍນີ້ໄດ້ຈໍາໜ່າຍເຄື່ອງຈັກຜະລິດຖົງຕີນແບບອັດສະລິຍະ 1.800 ເຄື່ອງ,ເພີ່ມຂຶ້ນ 120% ເມື່ອທຽບໃສ່ປີ 2021.
ເວົ້າສໍາລັບວິສາຫະກິດຜະລິດຖົງຕີນຂະໜາດກາງ ແລະ ຂະໜາດນ້ອຍແລ້ວ, ຕົ້ນທຶນການປະດິດສ້າງໃໝ່ດ້ານການອອກແບບສູງຫຼາຍ, ສູນການອອກແບບຖົງຕີນໂລກ ຂອງຕຶກການບໍລິການດ້ານການປະດິດສ້າງໃໝ່ຖົງຕີນ ຕ້າຖັງ ເຈີ້ຈ່ຽງ ໄດ້ດໍາເນີນການຄົ້ນຄວ້າ, ການອອກແບບ, ການຜະລິດຖົງຕີນຕົວຢ່າງຄົບວົງຈອນ, ເພື່ອຊ່ວຍວິສາຫະກິດຜະລິດຖົງຕີນຂະໜາດກາງ ແລະ ຂະໜາດນ້ອຍແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານການອອກແບບ.
ທ່ານນາງ ໂຫຼວຍິນຢ້ວນຮອງຜູ້ອໍານວນການໃຫຍ່ຂອງ ບໍລິສັດບໍລິການດ້ານເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ຖົງຕີນ ຕ້າຖັງຫຸ້ນສ່ວນຈໍາກັດກ່າວວ່າ, ນີ້ແມ່ນ ຜົນງານທີ່ຊິງໄດ້ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງໃນການແຂ່ງຂັນອອກແບບ ແລະ ການປະດິດສ້າງໃໝ່ຖົງຕີນ ຕ້າຖັງ, ບໍລິສັດຂະໜາດກາງ ແລະ ຂະໜາດນ້ອຍສາມາດມາຊອກຫາຄວາມຄິດດ້ານການອອກແບບຢູ່ທີ່ນີ້, ພ້ອມທັງສາມາດໂອນລິຂະສິດດ້ານການອອກແບບດັ່ງກ່າວໄດ້ດ້ວຍລາຄາຖືກ, ປັດຈຸບັນນີ້ພວກເຮົາໄດ້ໃຫ້ບໍລິການແກ່ວິສາຫະກິດ 1.000 ກວ່າແຫ່ງແລ້ວ.
(ລວມຂ່າວຈາກ ແອັບ CCTV, ໜັງສືພິມລາຍວັນຈູຈື້) ບັນນາທິການ: ວິມົນ