ຫລາຍພັນຄົນສະແດງໄທຈີ໋(Tai Chi) ແລະ ໂຢຄະ (Yoga) ຢູ່ຊາຍຝັ່ງທະເລສາບຕຽນຊືໃນວັນໂຢຄະສາກົນ

2023-06-21 18:25:47
ມາຈາກ:

ວັນທີ 21 ມິຖຸນາແມ່ນວັນໂຢຄະສາກົນຄັ້ງທີ 9. ວັນທີ 20 ມິຖຸນາ, "ວັນໂຍຄະສາກົນປີ 2023 ແລະ ສັບປະດາວັດທະນະທຳສິລະປະອາຊີໃຕ້-ຈີນ(ຄຸນໝິງ), ກິດຈະກຳເວທີປຶກສາຫາລື ການແລກປ່ຽນວັດທະນະທຳຈີນ-ອິນເດຍ" ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ.

 

ກິດຈະກຳດ້ວຍຫົວຂໍ້ “ການເປີດກວ້າງ, ການເຊື່ອມໂຍງ, ນະວັດຕະກໍາໃໝ່ ແລະ ການພັດທະນາ”, ກອງປະຊຸມເພື່ອແນໃສ່ເພີ່ມທະວີການຮ່ຳຮຽນເຊິ່ງກັນແລະກັນ ລະຫວ່າງ ແຂວງຢຸນນານກັບອິນເດຍ ແລະ ບັນດາປະເທດອື່ນໆໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ສະແດງໃຫ້ເຫັນບັນດາຜົນສຳເລັດ ຂອງການແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດຈີນ-ອິນເດຍ.

ຢູ່ຊາຍຝັ່ງທະເລສາບຕຽນຊື, ຫລາຍພັນຄົນໄດ້ສະແດງໄທຈີ໋ ແລະ ໂຢຄະ ທີ່ສະແດງເຖິງວັດທະນະທຳພື້ນເມືອງຂອງຈີນ ແລະ ອິນເດຍໄດ້ຈັດຂຶ້ນໃນເວລາດຽວກັນ.

ແຫຼ່ງຂ່າວ:​ ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຈູຮົງປີງ

ຫລາຍພັນຄົນສະແດງໄທຈີ໋(Tai Chi) ແລະ ໂຢຄະ (Yoga) ຢູ່ຊາຍຝັ່ງທະເລສາບຕຽນຊືໃນວັນໂຢຄະສາກົນ