ທີວທັດບ້ານຊຽນເຣີນຕົ້ງ ເມືອງ​ສິວເປີຍ ແຂວງຢຸນນານ

2023-07-13 13:09:09
ມາຈາກ:

ບ້ານຊຽນເຣີນຕົ້ງ(Xianrendong) ເມືອງ​ສິວເປີຍ(Qiubei) ແຂວງຢຸນນານ ຕັ້ງຢູ່​ໃນ​ເຂດ​ບໍ​ລິ​ເວນ​ແຫຼ່ງທ່ອງທ່ຽວພູເຈີເຫີຍ(Puzhehei), ເປັນກຸ່ມບ້ານຂອງເຜົ່າຢີສາຂາຍ່ອຍສານີ. ໃນຊຸມປີ​ຜ່ານ​ມາ, ບ້ານຊຽນເຣີນຕົ້ງ ໄດ້ ພັດທະນາຂະແໜງການທ່ອງທ່ຽວ ໂດຍ​ອີງ​ໃສ່ທ່າແຮງທາງດ້ານ​ສິ່ງແວດລ້ອມທໍາມະຊາດທີ່ດີຂອງ​ບ້ານ. ໃນປັດຈຸບັນນີ້, ບ້ານຊຽນເຣີນຕົ້ງໄດ້ກາຍເປັນ “ບ້ານທີ່ມີ​ຊື່ສຽງທາງອອນລາຍ”, ຊາວບ້ານສາມາດ​ຊອກ​ຫາ​ວຽກ​ເຮັດງານ​ທຳຢູ່​ໃນ​ບ້ານໂດຍຜ່ານການເປີດເຮືອນພັກ, ຮ້ານອາຫານເປັນຕົ້ນ. ປັດ​ຈຸ​ບັນ, ລາຍຮັບສະເລ່ຍຕໍ່​ຫົວ​ຄົນ​ມີຫຼາຍກວ່າ 50.000 ຢວນຕໍ່ປີ.

 

 

(ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ)

ທີວທັດບ້ານຊຽນເຣີນຕົ້ງ ເມືອງ​ສິວເປີຍ ແຂວງຢຸນນານ