ໄປເຂດຊິ່ນຈ່ຽງຂອງຈີນເບິ່ງມ້າແລ່ນແຂ່ງກັນ

2023-07-17 17:45:03
ມາຈາກ:CRI

ຫວ່າງມໍ່ໆມານີ້, ພິທີເປີດງານບຸນທ່ອງທ່ຽວສາກົນມ້າຢີ່ຫຼີເຂດຊິ່ນຈ່ຽງຈີນຄັ້ງທີ 31 ໄດ້ຈັດຂຶ້ນຢູ່ສວນວັດທະນະທຳການທ່ອງທ່ຽວມ້າເມືອງຈ້າວຊູ່ກິ່ງແຂວງປົກຄອງຕົນເອງກາຊັກຢີ່ຫຼີເຂດຊິ່ນຈ່ຽງ ສປ ຈີນ. ໃນພິທີເປີດງານດັ່ງກ່າວ, ມີມ້າດີເກືອບໝື່ນໂຕແລ່ນແຂ່ງກັນຢູ່ໃນທົ່ງຫຍ້າ ແລະ ມີລາຍການສະແດງທີ່ໜ້າປະທັບໃຈ 16 ລາຍການ ເຊິ່ງໄດ້ສະແດງວັດທະນະທຳປະຫວັດສາດ, ທິວທັດດ້ານວັດທະນະທຳ ແລະ ຮີດຄອງປະເພນີຂອງເມືອງຈ້າວຊູ່ໃຫ້ນັກທ່ອງທ່ຽວໄດ້ເບິ່ງໄດ້ຊົມ. ກິດຈະກຳງານບຸນທ່ອງທ່ຽວຄັ້ງນີ້ຈະດຳເນີນໄປຮອດທ້າຍເດືອນຕຸລາ 2023.

ໄປເຂດຊິ່ນຈ່ຽງຂອງຈີນເບິ່ງມ້າແລ່ນແຂ່ງກັນ