ຢ້ຽມຢາມບ້ານນັກກິລາຂອງງານກິລາລະດູຮ້ອນນັກສຶກສາມະຫາວິທະຍາໄລໂລກໃນເສິງຕູ

2023-07-20 17:15:16
ມາຈາກ:

ງານກິລາລະດູຮ້ອນນັກສຶກສາມະຫາວິທະຍາໄລທົ່ວໂລກຄັ້ງທີ 31 ຈະຈັດຂຶ້ນຢູ່ເມືອງເສິງຕູໃນໄວໆນີ້. ວັນທີ 22 ກໍລະກົດ, ບ້ານນັກກິລາຂອງງານກິລາລະດູຮ້ອນນັກສຶກສາມະຫາວິທະຍາໄລໂລກຈະໄດ້ໄຂຂຶ້ນຢ່າງເປັນທາງການ,ເພື່ອຕ້ອນຮັບການມາເຖິງຂອງຄະນະຜູ້ແທນຈາກປະເທດຕ່າງໆ.

ບ້ານນັກກິລາທີ່ຕັ້ງຢູ່ໃນມະຫາວິທະຍາໄລເສິງຕູ, ມີເນື້ອທີ່ທັງໝົດປະມານ 800.000 ຕາແມັດ ແລະ ເນື້ອທີ່ກໍ່ສ້າງທັງໝົດປະມານ 660.000 ຕາແມັດ, ມີສິ່ງອໍານວຍຄວາມສະດວກໃນການດຳລົງຊີວິດ ແລະ ການພັກຜ່ອນອື່ນໆນັ້ນຄົບຖ້ວນ,ນອກເໜືອໄປຈາກສູນອອກກຳລັງກາຍ ເພື່ອອອກກຳລັງກາຍປະຈຳວັນແລ້ວ, ຢູ່ນີ້ຍັງມີກິດຈະກຳວັດທະນະທຳທີ່ອຸດົມສົມບູນ ມີສູນວາງສະແດງ ແລະ ສູນສິລະປະ,ເພື່ອໃຫ້ນັກກິລາສາມາດສຳຜັດກັບລັກສະນະທາງວັດທະນະທຳຂອງຈີນ ແລະ ແຂວງເສສວນໄດ້ຫຼາຍຮູບຫຼາຍແບບໃນລະຫວ່າງການແຂ່ງຂັນ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ຢ້ຽມຢາມບ້ານນັກກິລາຂອງງານກິລາລະດູຮ້ອນນັກສຶກສາມະຫາວິທະຍາໄລໂລກໃນເສິງຕູ