ໄວລຸ້ນຢຸນນານໃນສະໜາມການແຂ່ງຂັນຮອບຊີງຊະນະເລີດເທັນນິດວິມເບິລດັນ

2023-07-20 17:26:05
ມາຈາກ:

ວັນທີ 7 ກໍລະກົດ, ທ້າວ ຈາວຈືຢວນ ແລະ ນາງ ຈາວຢຸນຊຽງ ຈາກແຂວງຢຸນນານໄດ້ປາກົດຕົວໃນສະໜາມການແຂ່ງຂັນຮອບຊີງຊະນະເລີດເທັນນິດວິມເບິລດັນ (Wimbledon Championships) ປີ 2023. ນີ້ແມ່ນຄັ້ງທໍາອິດທີ່ເຂົາເຈົ້າມາຮອດນະຄອນລອນດອນປະເທດອັງກິດ ແລະ ເປັນຄັ້ງທໍາອິດທີ່ເຂົາເຈົ້າໄດ້ເຫັນສະໜາມການແຂ່ງຂັນເທັນນິດຢ່າງເປັນທາງການ. ກ່ອນໄປຮອດສະໜາມການແຂ່ງຂັນ, ເຂົາເຈົ້າໄດ້ຝຶກຊ້ອມເທັນນິດຢູ່ທີ່ສະໂມສອນຊ້າງປ່າຄຸນໝິງ.

ສະໂມສອນຊ້າງປ່າແມ່ນສະໂມສອນເທັນນິດແຫ່ງໜຶ່ງຢູ່ຄຸນໝິງ, ຜູ້ລິເລີ່ມແມ່ນ ທ່ານ ຈ່າງຊຽວຮົງ, ລາວເປັນຄົນແຂວງຢຸນນານ ແລະ ຝຶກຊ້ອມກິລາມາແຕ່ຍັງນ້ອຍ.

ໃນປີ 2014, ທ່ານ ຈ່າງຊຽວຮົງ ໄດ້ມາຮອດໝູ່ບ້ານພູເຂົາແຫ່ງໜຶ່ງທີ່ຕັ້ງຢູ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດຕິຊິງ ແລະ ລາວໄດ້ເຫັນເດັກນ້ອຍທີ່ມີສຸຂະພາບທາງຮ່າງກາຍທີ່ດີ. ທ່ານ ຈ່າງຊຽວຮົງ ກ່າວວ່າ: "ຂ້ອຍຕ້ອງການສອນເດັກນ້ອຍທີ່ດໍາລົງຊີວິດຢູ່ໃນພູເຂົາເຫຼົ່ານີ້ໃຫ້ຮູ້ຫຼິ້ນເທັນນິດ,ເຖິງແມ່ນວ່າພວກເຂົາຈະບໍ່ສາມາດກາຍເປັນນັກເທັນນິດອາຊີບກໍ່ຕາມ, ແຕ່ເຂົາເຈົ້າຈະສາມາດກາຍເປັນຄູຝຶກສອນໃນອະນາຄົດໄດ້."

ໃນເດືອນພະຈິກປີກາຍນີ້, ທ່ານ ຈ່າງຊຽວຮົງ ໄດ້ໄປທີ່ເມືອງປົກຄອງຕົນເອງຊົນເຜົ່າວາ ຊາງຢວນແຂວງຢຸນນານອີກເທື່ອຫນຶ່ງເພື່ອຄັດເລືອກເອົາຜູ້ຫຼິ້ນກິລາທີ່ມີຄວາມສາມາດບົ່ມຊ້ອນ, ທ່ານ ຈ່າງຊຽວຮົງ ເລືອກເອົາ ທ້າວ ຈາວຈືຢວນ ກັບ ນາງ ຈາວຢຸນຊຽງ, ທ່ານ ຈ່າງຊາວຮົງ ຖາມພວກເຂົາວ່າ, "ເຈົ້າຢາກໄປຄຸນໝິງບໍ? ເຈົ້າມັກເທັນນິດບໍ? " ໃນເວລານັ້ນ, ທ້າວ ຈາວຈືຢວນ ພ້ອມກັບ ນາງ ຈາວຢຸນຊຽງ ຍັງຮຽນຢູ່ໂຮງຮຽນຊັ້ນປະຖົມ, ຄຸນໝິງຢູ່ໃສ ແລະ ເທັນນິດແມ່ນຫຍັງ, ເດັກສອງຄົນກໍບໍ່ຮູ້. ພຽງແຕ່ເຂົາເຈົ້າໄດ້ຍິນວ່າມີອາຫານແຊບໆ ແລະ ສິ່ງມ່ວນໆທີ່ເຮັດຢູ່ເມືອງຄຸນໝິງ ອີກທັງ ເຂົາເຈົ້າບໍ່ຈຳເປັນຕ້ອງເສຍຄ່າຮຽນຫຼິ້ນເທັນນິດ ຫຼື ຄ່າໃຊ້ຈ່າຍໃນການຄອງຊີບ, ສະນັ້ນເຂົາເຈົ້າຈຶ່ງມາຍັງເມືອງຄຸນໝິງ.

ຢູ່ນະຄອນຄຸນໝິງ, ເວລາຝຶກຊ້ອມ 6 ວັນຕໍ່ອາທິດ, ການຝຶກແມ່ນເລີ່ມແຕ່ເວລາ 6 ໂມງທຸກໆເຊົ້າ, ເນື້ອໃນຂອງການຝຶກອົບຮົມເຊັ່ນມີຝຶກຊ້ອມຄວາມສາມາດເຄື່ອນໄຫວທາງຮ່າງກາຍ, ສອນເຕັກນິກ ແລະ ອື່ນໆ, ພາຍຫຼັງໜຶ່ງມື້, ຈຳນວນແກວ່ງໄມ້ຕີສະເລ່ຍໄດ້ເກີນ 5,000 ເທື່ອ.

ຖ້າທ່ານຖາມເຂົາເຈົ້າວ່າອັນໃດເປັນສິ່ງທີ່ມີຄວາມສຸກທີ່ສຸດໃນການຫຼິ້ນເທັນນິດ? ທ້າວ ຈາວຈືຢວນ ຕອບວ່າ, "ໄຊຊະນະ". ເຊັ່ນດຽວກັນກັບ ນາງ ຈາວຢຸນຊຽງ. ໃນໂລກທີ່ອາຍຸ 8 ປີຂອງສອງຄົນ, ເອົາຊະນະຫມາຍເຖິງການຍ້ອງຍໍຊົມເຊີຍຈາກຄູຝຶກສອນ, ຂອງຂວັນນ້ອຍໆທີ່ຫນ້າຮັກ, ໂອກາດຂອງການເດີນທາງໄປສວນສັດ, ສະຫນາມເດັກຫຼິ້ນ ແລະ ການເດີນທາງໄປລອນດອນເພື່ອເບິ່ງການແຂ່ງຂັນໃນສະໜາມການແຂ່ງຂັນຮອບຊີງຊະນະເລີດເທັນນິດວິມເບິລດັນ.

ນາງ ຊູຍຈຽວເຢ ພະນັກງານຂອງສະໂມສອນເຫັນວ່າ, ສິ່ງທີ່ເທັນນິດນຳມາໃຫ້ເດັກນ້ອຍເຫຼົ່ານີ້ແມ່ນຄວາມໝັ້ນໃຈໃນຕົນເອງ ແລະ ແມ່ນຄວາມຫວັງວ່າຕາບທີ່ເຂົາເຈົ້າພຽນພະຍາຍາມຢ່າງໜັກ ເຂົາເຈົ້າຈະສາມາດກໍານົດຊະຕາຊີວິດຂອງຕົນຄືນໃໝ່ໄດ້.

ທ້າວ ຈາວຈືຢວນ ແລະ ນາງ ຈາວຢຸນຊຽງ ໄດ້ພົບກັບທ່ານນາງ ຫຼີນ້າ ນັກເທັນນິດທີ່ມີຊື່ສຽງຂອງຈີນກ່ອນການແຂ່ງຂັນຮອບຊີງຊະນະເລີດເທັນນິດວິມເບິລດັນ. ເຊິ່ງ ນັ່ງຢູ່ໃນຫໍຜູ້ຊົມ, ທ່ານນາງ ຫຼີນ້າ ໄດ້ຂໍໃຫ້ພວກເຂົາປິດຕາ, ນາງເວົ້າວ່າ,"ລອງຈິນຕະນາການເຖິງພາບທີ່ພວກເຈົ້າຢືນຢູ່ໃນສະຫນາມການແຂ່ງຂັນໃນມື້ຫນຶ່ງ, ຜູ້ຊົມນັ່ງເຕັມໄປທົ່ວໃນຫໍຜູ້ຊົມ, ຫຼັງຈາກຄິດກ່ຽວກັບມັນແລ້ວ, ຈຶ່ງເປີດຕາຂອງພວກເຈົ້າຂຶ້ນ."

ທ້າວ ຈາວຈືຢວນ ແລະ ນາງ ຈາວຢຸນຊຽງ ໄດ້ປິດຕາຂອງເຂົາເຈົ້າ ແລະ ຫຼັງຈາກທີ່ໃຊ້ເວລາດົນນານ, ທັງສອງຄົນບໍ່ໄດ້ເປີດຕາຂອງເຂົາເຈົ້າ. ບໍ່ມີໃຜຮູ້ແທ້ໆວ່າເດັກອາຍຸ8 ປີທັງສອງຄົນເຫັນຫຍັງ?ຄິດເຖິງຫຍັງ? ຈະມີການແຂ່ງຂັນຢູ່ສະເໝີ, ຈະມີຄົນເຂົ້າຮ່ວມການແຂ່ງຂັນຢູ່ສະເໝີ ແລະ ຍັງມີເວລາສໍາລັບພວກເຂົາເຈົ້າຢູ່.

ແຫຼ່ງຂ່າວ: ວາລະສານ ບຸນຄົນດີເດັ່ນ

ນັກຂ່າວ: ຫຼີນຊື

ໄວລຸ້ນຢຸນນານໃນສະໜາມການແຂ່ງຂັນຮອບຊີງຊະນະເລີດເທັນນິດວິມເບິລດັນ