ທາງລົດໄຟລາວ-ຈີນເຊື່ອມຕໍ່ບ້ານເກີດເມືອງນອນ ແລະ ສະຖານທີ່ຫ່າງໄກຂອງນາງ

2023-07-21 15:58:27
ມາຈາກ:

ນາງ ຢີໂປເຝິງ ເປັນພະນັກງານຄົນໜຶ່ງເຮັດວຽກຢູ່ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນ. ນັບແຕ່ວັນທີ 13 ເມສາ 2023, ຂະບວນລົດໄຟໂດຍສານສາກົນແຫ່ງທຳອິດຂອງທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ເປັນຕົ້ນມາຮອດປັດຈຸບັນ, ນາງໄດ້ສຳເລັດການເຮັດວຽກມາແລ້ວກວ່າ 20 ຖ້ຽວໄປກັບໃນທາງລົດໄຟລາວ-ຈີນ. ນາງຮັກທາງລົດໄຟລາວ-ຈີນ ແລະ ຮັກການເຮັດວຽກຢູ່ໃນທາງລົດໄຟສາຍນີ້. ຍ້ອນວ່າ, ທາງລົດໄຟສາຍນີ້ເຊື່ອມຕໍ່ບ້ານເກີດເມືອງນອນ ແລະ ສະຖານທີ່ຫ່າງໄກໃນຝັນຂອງນາງ ຢີໂປຝົງ.

ນາງ ຢີໂປເຝິງ ກ່າວວ່າ,"ທາງລົດໄຟລາວ-ຈີນເຮັດໃຫ້ຂ້ອຍເປັນຄວາມພາກພູມໃຈໃນສາຍຕາຂອງຄົນທັງໝູ່ບ້ານ.ແຕ່ກ່ອນ,ໃນເມືອງເມືອງຫຼ້າບໍ່ມີລົດໄຟ, ຊາວບ້ານກໍ່ບໍ່ຮູ້ລົດໄຟແມ່ນຫຍັງ, ຍິ່ງບໍ່ຮູ້ພະນັກງານຂະບວນລົດໄຟເປັນວຽກແນວໃດ." ປັດຈຸບັນນີ້, ໝົດທຸກຄົນໃນໝູ່ບ້ານມາຫານາງເມື່ອໃດກໍ່ຕາມທີ່ພວກເຂົາມີຄໍາຖາມກ່ຽວກັບທາງລົດໄຟ.

ເຮືອນຂອງນາງ ຢີໂປເຝິງ ທີ່ຕັ້ງຢູ່ໃນບ້ານຊາງຈິງລົງ ຕາແສງເມິງມ້ານເມືອງເມືອງຫຼ້າກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທຫຼື້ສິບສອງພັນນາ. ບ້ານຊາງຈິງລົງແມ່ນຂັບລົດປະມານ 30-40 ນາທີຈາກສະຖານີເມືອງຫຼ້າ. ຊາວບ້ານຢູ່ທີ່ນີ້ມີຊີວິດການເປັນຢູ່ດ້ວຍການປູກໝາກມັງກອນ, ໝາກມ່ວງ, ໝາກໄມ້ເຂດຮ້ອນ ແລະ ຕົ້ນຢາງພາລາ, ທາງລົດໄຟລາວ-ຈີນເປີດການນຳໃຊ້ໄດ້ສ້າງຄວາມຫວັງໃໝ່ໃຫ້ແກ່ຊາວບ້ານ.

 

 

ນາງ ຢີໂປເຝິງ ກ່າວວ່າ: “ໝາກໄມ້ເຂດຮ້ອນມີໄລຍະເວລາໃນການເກັບຮັກສາທີ່ສັ້ນຫຼາຍ. ພາຍຫຼັງລົດໄຟເປີດແລ້ວ, ໝາກໄມ້ສາມາດຂົນສົ່ງໄປຍັງບ່ອນທີ່ຫ່າງໄກໄດ້ໂດຍໄວ.” ທາງລົດໄຟລາວ-ຈີນເຮັດໃຫ້ພໍ່ຄ້າຫຼາຍຄົນມາຮອດບ້ານເກີດເມືອງນອນຂອງນາງ, ຜະລິດຕະພັນກະສິກຳຂອງຊາວບ້ານສາມາດຂາຍໄດ້ລາຄາດີຂຶ້ນ ແລະ ເຄື່ອງນຸງຊົນເຜົ່າທີ່ແມ່ຂອງນາງເຮັດດ້ວຍມືກໍສາມາດນຳໄປຂາຍໄດ້ໃນທີ່ຕ່າງໆຫຼາຍກວ່າເກົ່າ. ນາງ ຢີໂປເຝິງ ຍັງມີແຜນທີ່ຈະພາແມ່ຕູ້ຂອງນາງເຊິ່ງບໍ່ເຄີຍເຫັນລົດໄຟມາກ່ອນນັ້ນ ຂຶ້ນຂີ່ລົດໄຟທີ່ນາງປະຕິບັດໜ້າທີ່ຢູ່ເພື່ອໄປທ່ອງທ່ຽວສະຖານທີ່ຫ່າງໄກໃນເດືອນກັນຍາປີນີ້.

ແຫຼ່ງຂ່າວ: ສຳນັກຂ່າວສານຊິນຮວາ

ນັກຂ່າວ: ລູຍຊວາຍ

ທາງລົດໄຟລາວ-ຈີນເຊື່ອມຕໍ່ບ້ານເກີດເມືອງນອນ ແລະ ສະຖານທີ່ຫ່າງໄກຂອງນາງ